ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສາກົນຫວຽດນາມວິທະຍາຄັ້ງທີ5

ທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສາກົນຫວຽດນາມວິທະຍາຄັ້ງທີ5 - ảnh 1
ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ​ທີ່​ການ​ຕ້ອນ​ຮັບ

(vovworld) – ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ​ ຫວຽດ​ນາມ ​ວິ​ທະ​ຍາ​ຄັ້ງ​ທີ 5 ໃນ​ຕອນ​ບ່າຍ​ວັນ​ທີ 15/12, ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ຊີ້​ແຈ້ງວ່າ: ຫວຽດ​ນາມ ໄດ້​ປະ​ຕິ​ບັດກິດ​ຈະ​ການ​ປ່ຽນ​ແປງ, ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ ແລະ ບັນ​ລຸ​ໄດ້​ຜົນ​ງານ​ສຳ​ຄັນຫຼາຍ​ຢ່າງ, ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໄລ​ຍະ​ທາງ​ໃນ​ຕໍ່​ໜ້າ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ. ໃນ​​ຂະ​ບວນວິ​ວັດ​ພັດ​ທະ​ນາກ້າວ​ຂຶ້ນ, ຍາມ​ໃດ ຫວຽດ​ນາມ ກໍ່​ໄດ້​ຮັບ​ການ​ໜ​ູນ​ຊ່ວຍ, ​ການຊ່ວຍ​ເຫຼືອ​​ຢ່າງມີ​ປະ​ສິດ​ທິ​ຜົນ ແລະ ລ​້ຳ​ຄ່າ​ຂອງ​ເພື່ອນ​ມິດ​ສາ​ກົນ, ໃນ​ນັ້ນ​ມີ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ບັນ​ດາ​ນັກ​ຮຽນ​ຮູ້​ສາ​ກົນ:

        “ພວກ​ຂ້າ​ພະ​ເຈົ້າ​​ປາດ​ຖະ​ໜາວ່າ, ໄລ​ຍະ​ຈະ​ມາ​ເຖິງ, ດ້ວຍ​ພູມ​ປັນ​ຍາ, ບົດ​ຮຽນ​ໃນ​ການ​ຄົ້ນ​ຄ້​ວາ ແລະ ຄວາມ​ສຸດ​ຈິ​ດ​ສຸດ​ໃຈ​ຂອງ​ຕົນ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ສືບ​ຕໍ່​ຄົ້ນ​ຄ້​ວາ ດ້ວຍ​ວິ​ທີ​ການ​ທັນ​ສະ​ໄໝ, ພາ​ວະ​ວິ​ໄສ ແລະ ໂຄ​ສະ​ນາ​ເພື່ອ​ໃຫ້​ເພື່ອນ​ມິດ​​ໃນ​ໂລກ​ເຂົ້າໃຈ ຫວຽດ​ນາມ ຢ່າງ​ເລິກ​ເຊິ່ງ, ຮອບ​ດ້ານ​ກ່​ວາ​ອີກ. ພ້ອມ​ກັນ​ນັ້ນ, ຊ່ວຍ​ໃຫ້ ຫວຽດ​ນາມ ມີ​ບົດ​ຮຽນ​ຂອງ​ເພື່ອນ​ມິດ​ສາ​ກົນ​ເພື່ອ​ສ້າງ​ສາ, ພັດ​ທະ​ນາ​ປະ​ເທດ​ຊາດ​ຕື່ມ​ອີກ.”

        ດ້ວຍ​ຫົວ​ຂໍ້​ວ່າ “ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ສະ​ພາບ​ການ​ຫັນ​ປ່ຽນ​​ໃນ​ທົ່ວໂລ​ກ”, ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ຫວຽດ​ນາມ ​ວິ​ທະ​ຍາຄັ້ງ​ທີ 5 ໄດ້​ສຸມ​ໃສ່​ເຂົ້າ​ບັນ​ດາ​ເນື້ອ​ໃນ​ມີ​ຄວາມ​ໝາຍ​​ຕົວ​​ຈິງ, ບັນ​ດາ​ບັນ​ຫາ​ເຄັ່ງ​ຮ້ອນ​ພວມ​ວາງ​ອອກ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ໃຫ້ ຫວຽດ​ນາມ ​ບົນ​ເສັ້ນ​ທາງ​ແຫ່ງ​ການ​ເຊື່ອມ​ໂຍງ ແລ​ະ ພັດ​ທະ​ນາ.


ຂ່າວ/ບົດ​ອື່ນ