ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບປະທານສະພາສູງໄຮຕີ

(VOVWORLD) -ຕອນບ່າຍວັນທີ 20 ມິຖຸນາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດໄຮຕີ, ໂດຍທ່ານປະທານສະພາສູງສ.ໄຮຕີ Youri Latortue ນຳໜ້າ, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບປະທານສະພາສູງໄຮຕີ - ảnh 1 ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕ້ອນຮັບປະທານສະພາສູງໄຮຕີ

(ພາບ: TTXVN)

ຢູ່ທີ່ນີ້, ທ່ານປະທານສະພາສູງ Youri Latortue ຢືນຢັນຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມ ໃນຫຼາຍຂົງເຂດຄື: ກະສິກຳ, ທາງຄົມມະນາຄົມ, ໂຄລະຄົມມະນາຄົມ… ພິເສດແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງເພື່ອຮ່ຳຮຽນ, ທາບທາມບົດຮຽນເຊິ່ງກັນ ແລະ ກັນໃນການຊີ້ນຳ, ບໍລິຫານປະເທດຊາດ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເປັນສຳຄັນການເພີ່ມທະວີການພົວພັນ ແລະ ເປີດກວ້າງການພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບໄຮຕີ ໃນທຸກຂົງເຂດຂອງພັກ, ລັດ, ສະພາແຫ່ງຊາດ ແລະ ພົບປະແລກປ່ຽນປະຊາຊົນ. ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສະເໜີໃຫ້ 2 ຝ່າຍ ບົນພື້ນຖານການພົວພັນມິດຕະພາບທີ່ເປັນມູນເຊື້ອທີ່ມີຢູ່ແລ້ວ, ສືບຕໍຍູ້ແຮງການຮ່ວມມືໃນທຸກຂົງເຂດ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດພັດທະນາຢູ່ແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ