ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕອບສຳພາດ VOV

ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງຕອບສຳພາດ VOV - ảnh 1
(ທ່ານ​ເລ​ຂາ​ທ​ິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ
​ກອ​ມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ)

(vovworld) - ເມື່ອ​ຕອບ​ສ​ຳ​ພ​າດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ (VOV) ເນື່ອງ​ໃນ​ໂອກ​າດ​ບຸນ​ເຕັດ​ປີ​ລະ​ກາ 2017, ທ່ານ​ເລ​ຂາ​ທ​ິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ ຢືນ​ຢັນ​ວ່າ, ປະ​ເທດ​ຊາດ​ຫາກໍ່​ສິ້ນ​ສຸດ​ປີ 2016, ເຊິ່ງ​ແມ່ນ​ປີ​ທຳ​ອິດ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ດ້ວຍຫຼາຍ​ເຫດ​ການ​ທີ່​ຟົດ​ຟື້ນ ແລະ ອຸ​ດົມ​ສົມ​ບຸນ. ໃນ​ສະ​ພາບ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​​ຍາກ, ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ​ແຕ່​ຫວຽດ​ນາມ ຍັງ​ຮັກ​ສາ​ໄດ້​ທ່າ​ພັດ​ທະ​ນາ​ເສດ​ຖະ​ກິດ, ຮັກ​ສາ​ຄວາມ​ສະ​ຖຽນ​ລະ​ພາ​ບ​ທາງ​ດ້ານ​ການ​ເມືອງ, ສັງ​ຄ​ົມ, ປະ​ເທດ​ຊາດ​ມີ​ຄວາມ​ສະ​ຫງົບ​ສຸກ. ກ້າວ​ເຂົ້າ​ສູ່​ປ​ີ 2017, ດ້ວຍ​ກາ​ລະ​ໂອ​ກາດ​ໃໝ່​ຫຼາຍ​ຢ່າງ, ແຕ່ກໍ່​ມີ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍບໍ່​ແມ່ນໜ້ອຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ເນັ້ນ​ໜັກ​ວ່າ, ​ມີ​​ຫຼາຍວຽກງານ​ຕ້ອງ​ເຮັດ, ໃນ​ນັ້ນ​ແມ່ນ​ເຮັດ​ແນວ​ໃດ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ. ຫວຽດ​ນາມ ຕ້ອງ​ຢືດ​ໝັ້ນ, ຕັດ​ສິນ​ໃຈ​ປົກ​ປັກ​ຮັກ​ສາ​ເອ​ກະ​ລ​າດ, ອະ​ທິ​ປະ​ໄຕ​ແຫ່ງ​ຊາດ, ເພີ່ມ​ທະ​ວີ​ການ​ປ້ອງ​ກັ​ນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ພົວ​ພັນ​ຕ່າງ​ປະ​ເທດໃຫ້​ໄດ້ ເພື່ອ​ເຮັດ​ແນວ​ໃດໃຫ້​ເພື່ອນ​ມິດ​ສາ​ກົນ​ເຫັນ​ດີ​ສະ​ໜັບ​ສະ​ໜູນ.

        ເນື່ອງ​ໃນ​ໂອ​ກາດ​ບຸນ​ເຕັດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ປາດ​ຖະ​ໜາ​ວ່າ, ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ ​ເຫັນ​ດີ​ສືບ​ຕໍ່​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ມີ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ຫຼວງ, ເສີມ​ຂະ​ຫຍາຍ​ຈິດ​ໃຈ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ມູນ​ເຊື້ອ​ຮັກ​ແພງ​ກັນ​ເພື່ອ​ສຳ​ເລັດ​ບັນ​ດາ​ໜ້າ​ທີ່​ເຊິ່ງ​​ພັກ, ລັດ, ສະ​ພາ​ແຫ່ງ​ຊາດ​ໄດ້​ວາງ​ອອກ.

ຂ່າວ/ບົດ​ອື່ນ