ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງສົ່ງໂທລະເລກຊົມເຊີຍເຖິງພັກປະຊາຊົນກຳປູເຈຍ

(VOVWORLD) -ເນື່ອງໃນໂອກາດກຳປູເຈຍ ຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ສຳເລັດຜົນ ແລະ ພັກປະຊາຊົນກຳປູເຈຍ (CPP) ຍາດໄດ້ໄຊຊະນະໃນວັນທີ 11 ສິງຫາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ສົ່ງໂທລະເລກຊົມເຊີຍເຖິງຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ ແລະ ທ່ານ Samdech Techo Hun Sen, ປະທານຄະນະບໍລິຫານງານສູນກາງພັກປະຊາຊົນກຳປູເຈຍ. ເນື້ອໃນຂອງໂທລະເລກມີຕອນຂຽນວ່າ.
ທ່ານເລຂາທິການໃຫຍ່ຫງວຽນຟຸຈ້ອງສົ່ງໂທລະເລກຊົມເຊີຍເຖິງພັກປະຊາຊົນກຳປູເຈຍ - ảnh 1 (ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ)

“ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ຕໍ່ເລື່ອງກຳປູເຈຍ ໄດ້ຈັດຕັ້ງການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ບັນລຸຜົນສຳເລັດ ເຊິ່ງດຳເນີນໃນວັນທີ 29 ກໍລະກົດ 2018 ຜ່ານມາ, ຮັບປະກັນປະຊາທິປະໄຕ, ເສລີພາບ, ມີຄວາມຍຸຕິທຳ, ສະຫງົບປອດໄພ ແລະ ພັກປະຊາຊົນກຳປູເຈຍ ຍາດໄດ້ໄຊຊະນະຢ່າງໃຫຍ່ຫຼວງ.

ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງແນວແນ່ວ່າ ດ້ວຍການສະໜັບສະໜູນຂອງປະຊາຊົນກຳປູເຈຍ ເປັນຈຳນວນຫຼວງຫຼາຍ, ສະພາແຫ່ງຊາດ ແລະ ລັດຖະບານໃໝ່ຢູ່ກຳປູເຈຍ ຈະໄດ້ຮັບການສ້າງຕັ້ງໂດຍໄວ ເພື່ອສືບຕໍ່ຊີ້ນຳນຳພາປະຊາຊົນກຳປູເຈຍ ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທົດສອບ, ສ້າງສາປະເທດກຳປູເຈຍ ສັນຕິພາບ, ເອກະລາດ, ເປັນກາງ, ປະຊາທິປະໄຕ ແລະ ມີຄວາມກ້າວໜ້າໃນສັງຄົມ ແລະ ມີການພົວພັນມິດຕະພາບກັບທຸກໆປະເທດໃນໂລກ, ໂດຍສະເພາະແມ່ນກັບບັນດາປະເທດຖານບ້ານໃກ້ເຮືອນຄຽງ, ພາກພື້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ