ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງສິ້ນສຸດການຢ້ຽມຢາມທາງລັດຖະກິດອິນເດຍ

 (vovworld)-  ຕອນ​ຄຳ່​ວັນ​ທີ 22/11, ​ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​​ແລະ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ໄດ້​ກັບ​ເມືອ​ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ອິນ​ເດຍຢ່າງ​ຈົບງາມ. ​ໃນ​ໄລຍະ​ຢ້ຽມຢາມອີນ​ເດຍ​ແຕ່​ວັນ​ທີ 19 - 23/11. ​ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟຸຈ້ອງ ​ໄດ້​​ເຈລະຈາ​ກັບ ນາຍົກລັດຖະມົນຕີ ອິນ​ເດຍ Manmohan singh, ພົບ​ປະ​ກັບປະທານາທິບໍດີ ອິນ​ເດຍ Pranab Mukherjee, ຮອງ​ປະທານາທິບໍດີ Hamid Ansari, ປະທານ​ສະພາ​ຕຳ່ Meira Kumar, ພົບ​ປະ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິນ​ເດຍ ​ແລະ ການ​ນຳ​ພັກ​ອື່ນໆ​ຢູ່​ອິນ​ເດຍ.

 ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງສິ້ນສຸດການຢ້ຽມຢາມທາງລັດຖະກິດອິນເດຍ - ảnh 1
ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງແລະ ທ່ານນາຍົກລັດຖະມົນຕີ ອິນ​ເດຍ Manmohan Singh
photo:gdtd.vn

 ທີ່​​ການ​ພົບ​ປະ​, ​ເຈລະຈາຄັ້ງ​ຕ່າງໆດັ່ງກ່າວ, ສອງ​ຝ່າຍ​ສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ກ່ຽວ​ກັບ​ການ​ພັດທະນາ​ຮອບດ້ານ ​ແລະ ​​ເຂັ້ມ​ແຂງ​ຂອງ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອິນ​ເດຍ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເນັ້ນ​ຫນັກ​ວ່າ: ຫວຽດນາມ ​ແລະ ອິນ​ເດຍ ມີ​ຈຸດໝາຍ​ລວມກ່ຽວ​ກັບ​ການ​ເຕີບ​ໂຕ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ​ຢ່າງຮອບດ້ານ, ຕອບ​ສະຫນອງ​ຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ​ສອງ​ປະ​ເທດ. ສອງຝ່າຍ​​ຢືນຢັນ​ຖື​ເປັນ​ສຳຄັນ ​ແລະ ມານະ​ພະຍາຍາມ​ເພີ່ມ​ທະວີ, ​ເສີມ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ເລິກ​ເຊິ່ງກວ່າ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ປະກອບສ່ວນ​ເຂົ້າ​ສັນຕິພາບ, ສະຖຽນ​ລະ​ພາບ, ວັດທະນາ​ຖາ​ວອນ​ຂອງ​ພາກ​ພື້ນ​ອາຊີ - ປາຊີຟີ​ກ ​ແລະ ​ໃນ​ໂລກ.

​ເນື່ອງ​ໃນ​ໂອກາດ​ນີ້, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​​ເອກະສານ​ຮ່ວມ​ມື 8 ສະບັບ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ຄື: ການບິນ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ການ​ເງິນ, ນຳ້ມັນ​ອາຍ​ແກ​ສ, ການ​ສຶກສາ​ບຳລຸງ​ສ້າງ​.

ຂ່າວ/ບົດ​ອື່ນ