ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງເຮັດວຽກຢູ່ເລີມດົ່ງ

ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງເຮັດວຽກຢູ່ເລີມດົ່ງ - ảnh 1

ແຂວງ​ເລີມ​ດົ່ງ

(ພາບ:ອິນ​ເຕີ​ແນັດ)

(VOV)- ​ໃນ​ວັນ​ທີ 6-7/12,  ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ເລີມ​ດົ່ງ ​ເພື່ອ​ກວດກາ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ການ​ພັດທະນາ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ, ກຳ​ສະພາບ​ການ​ຄຸ້ມ​ຄອງ, ນຳ​ໃຊ້​ທີ່​ດິນ​ຂອງ​ບັນດາ​ນິຄົມ​ກະ​ເສດ, ນິຄົມ​ປ່າ​ໄມ້ ​ແລະ ທີ່​ດິນ​ປ່າ.

   ​ໃນ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ເລີມ​ດົ່ງ​ ເມື່ອ​ຕອນ​ເຊົ້າວັນ​ທີ 7/12, ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ຊີ້​ແຈງ​ວ່າ: ​ເລີມ​ດົ່ງ​ ມີ​ທີ່​ຕັ້ງຍຸດ​ທະ​ສາດ​ສຳຄັນ​ທີ່​ສຸດທັງ​ດ້ານ​ເສດຖະກິດ​ສັງຄົມ, ການ​ປ້ອງກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ສຳລັບ​ເຂດ​ໄຕ​ງວຽນ ​ແລະ ທົ່ວ​ປະ​ເທດ. ທ່ານ​ສະ​ເໜີ​ໃຫ້​ແຂວງຈົ່ງ​ສຸມ​ໃສ່​ເສີມ​ຂະຫຍາຍ​ທ່າ​ແຮງ​ກ່ຽວ​ກັບ​ການ​ຜະລິດ​ກະສິກຳ​ຕາມ​ທິດ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ກຳລັງ​ແກ່ງ​ແຍ້​ງ. ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ​ຕີ​ລາຄາ​ສູງ​ເລື່ອງ​ຄະນະ​ພັກ​ແຂວງ​ເລີມ​ດົ່ງ ​ໄດ້​ປະຕິບັດ​ການສຳ​ຫຼວດກວດການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນສະຫາຍ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ເລກທີ 4 ຂອງ​ສູນ​ກາງ​ພັກ​ກອມ​ມູນິດຫວຽດນາມ ຊຸດ​ທີ 11 ຢ່າງ​ເຂັ້ມງວດ. ຕາມ​ທ່ານ​ເລຂາທິການ​ໃຫ່ຍຫງວຽນ​ຟູ​ຈ້ອງ ນີ້​ແມ່ນ​ວຽກ​ງານ​ຕ້ອງ​ປະຕິບັດ​ຢ່າງ​ເດັດດ່ຽວ, ຄົບຊຸດ ​ແລະ ຮອບດ້ານ.

 

 

 

 

 

ຂ່າວ/ບົດ​ອື່ນ