ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ໋​ຈ້ອງໃຫ້​ກຽດ​ຕ້ອ​ນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງຄະ​ນະ​ກຳ​ມະ​ການ​ສູນ​ກາງ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ໋​ຈ້ອງໃຫ້​ກຽດ​ຕ້ອ​ນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງຄະ​ນະ​ກຳ​ມະ​ການ​ສູນ​ກາງ - ảnh 1
ທ່ານ ​ຫງວຽນ​ຟູ໋​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່
ໃຫ້​ກຽດ​ຕ້ອ​ນ​ຮັບ ທ່ານ  ໄຊ​ສົມ​ພອ​ນ ພົມ​ວິ​ຫານ


(vovworld)- ຕອນ​ບ່າຍ​ ວັນ​ທີ 29/8, ຢູ່​ຮ່າ​ໂນ້ຍ, ທ່ານ ​ຫງວຽນ​ຟູ໋​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້ໃຫ້​ກຽດ​ຕ້ອ​ນ​ຮັບ ທ່ານ  ໄຊ​ສົມ​ພອ​ນ ພົມ​ວິ​ຫານ, ປະ​ທານ​ຄະ​ນະກຳ​ມະ​ການ​ສູນ​ກາງ​​​ແນວ​ລາວ​ສ້າງ​ຊາດ​ ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ​ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່ ຫວຽດ​ນາມ. ທ່​ານ ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ໝາຍ ແລະ ຄວາມ​ສຳ​ຄັນ​ ​ຂອງ​ການ​ຢ້ຽມ​ຢາມ, ​ອວຍ​ພອນ​ຜົນ​ສຳ​ເລັດ​ ຂອງກອງ​ປະ​ຊຸມ​ໃຫຍ່​ແນວ​ລາວ​ສ້າງ​ຊາດ ຄັ້ງ​ທີ 10.    ທ່​ານ ເລ​ຂາ​ທິ​ການ​ໃຫ​ຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ຕີ​ລາ​ຄາ​ສູງ​ຜົນ​ການ​ຮ່ວມ​ມື ລະ​ຫວ່າງ ສອງ​ແນວ​ໂຮມ ໃນ​ໄລ​ຍະ​ຜ່ານ​ມາ, ຊົມ​ເຊ​ີຍ​ບັນ​ດາ​ເນື້ອ​ໃນ​ຂໍ້​ຕົກ​ລົງ ທີ່​ບັນ​ລຸ​ໄດ້ ​ລະ​ຫວ່າງ​ ສອງ​ຝ່າຍ, ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ແນວ​ໂຮມ​ສອງ​ປ​ະເທດ ຈະ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຮ່ວມ​ມື​ແທດ​ຈິງ ເພື່ອ​ແນ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ ໃນການ​ສ້າງກຸ້ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​​ປວງ​ຊົນ​ທັງຊາດ ຢູ່​ແຕ່​ລະ​ປະ​ເທດ ແລະ ປະ​ກອບ​ສ່ວນ​ສຳ​ຄັນ​ ໃນ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ສາຍ​ພົວ​ພັ​ນ​ມິດ​ຕະ​ພາບແບບ​ພິ​ເສດ ຫວຽດ​ນາມ-ລາວ ຢ່າງບໍ່​ຢຸດຢັ້ງ.

ຂ່າວ/ບົດ​ອື່ນ