ທ່ານເລຂາທິການໃຫຍ່ຫວຽດນາມຕ້ອນຮັບທ່ານປະທານາທິບໍດີ ອີຣານ

ທ່ານເລຂາທິການໃຫຍ່ຫວຽດນາມຕ້ອນຮັບທ່ານປະທານາທິບໍດີ ອີຣານ - ảnh 1
ທ່ານ ຫງວຽນ​ຟູ໋​ຈ້ອງ ​ຕ້ອນ​ຮັບ ທ່ານ Hassan Rouhani

(vovworld) - ຕອນ​ບ່າຍ​ວັນ​ທີ 6/10, ທີ່​ສຳ​ນັກ​ງານ​ສູນ​ການ​ພັກ, ທ່ານ ຫງວຽນ​ຟູ໋​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມຸ​ນິດ​ຫວຽດ​ນາມ ໄດ້​ຕ້ອນ​ຮັບ ທ່ານ Hassan Rouhani ປະ​ທາ​ນາ​ທິ​ບໍ​ດີ ປະ​ເທດ ສາ​ທາ​ລະ​ນະ​ລັດອີດ​ສະ​ລາມ​ອີ​ຣານ​ທີ່ພວມ​​ຢ້​ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫ​ວຽດ​ນາມ. ທີ່​ການ​ຢ້ຽມ​ຢາມ, ທ່ານ ຫງວຽນ​ຟູ໋​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່ ຢືນ​ຢັນ​ວ່າ ພັກ, ລັດ​ຫວຽດ​ນາມ ຍາມ​ໄດ​ເອົາ​ໃຈ​ໃສ່ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມືມິດ​ຕະ​ພາບ​​ກັບ​ບັນ​ດາ​ປະ​ເທດ​ເພື່ອນ​ນິດທີ່​ເປັນ​ມູນ​ເຊື້ອ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ໃນ​ນັ້ນ​ມີ​ອີ​ຣານ. ທ່ານ ຫງວຽນ​ຟູ໋​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່ ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ສອງ​ປະ​ເທດ​ຄວນ​ສືບ​ຕໍ່​ເພີ່ມ​ທະ​ວີ​ແລກ​ປຽນ​ຄະ​ນະ​ຜູ້​ແທນ​​ທຸກຂັ້ນ, ​ບັນ​ດາຂະ​ແໜງ​ການ ແລະ ຄ​ະ​ນະ​ວິ​ສາ​ຫະ​ກິດ ເພື່ອ​ຊອກ​ຫາ​ບັນ​ດາມາດ​ຕະ​ການ​ອັນ​ລະ​ອຽດ​ແນ​ໃສ່​ຊຸກ​ຍູ້​​ການຮ່ວມ​ມືດ້ານ​ການ​ຄ້າ ແລະ ​ການລົງ​ທຶນ; ພ້ອມ​ທັງ​ຊຸກ​ຍູ້​ບັນ​ດາ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປຽນ, ວັດ​ທະ​ນະ​ທຳ, ກິ​ລາ, ສຶກ​ສາ - ກໍ່​ສ້າງ, ທ່ອງ​ທ່ຽວ.

        ສ່ວນ ທ່ານ Hassan Rouhani ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ ຕີ​ລາ​ຄາ​ສູງ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ Hassan Rouhani ປະ​ທາ​ນາ​ທິ​ບໍ​ດີ ​ປາດ​ຖະ​ໜາ​ຢາກ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ກໍ່​ຄື​ຊຸກ​ຍູ້​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ລະ​ຫວ່າງ ອີ​ຣານ ແລະ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງກວ່າ​ອີກ, ເພື່ອ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈີງ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​, ປະ​ກອບ​ສ່ວນເຂົ້າ​ສັນ​ຕິ​ພາບ ແລະ ການພັດ​ທະ​ນາ​ຂອງ​ພາກ​ພື້ນ ແລະ ສາ​ກົນ. ທ່ານ Hassan Rouhani ປະ​ທາ​ນາ​ທິ​ບໍ​ດີ ອີ​ຣານ ຢືນ​ຢັນ ຄວາມ​ຕັດ​ສິນ​ໃຈ​ຜັນ​ຂະ​ຫຍາຍ​ມີ​ຜົນ​ງານ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ເຊິ່ງ​ສອງ​ຝ່າຍ​ບັນ​ລຸ​ໄດ້​ໃນ​ການ​ຢ້ຽມ​ຢາມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ກອນ​ອື່ນ​ໝົດແມ່ນ​ຕັ້ງ​ໜ້າກະ​ກຽມ​ໃຫ້​ກອງ​ປະ​ຊຸ​ມ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງລັດ​ຖະ​ບານຄັ້ງ​ທີ 9 ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ