ທ່ານເລຮົງແອງຜູ້ປະຈຳການຄະນະ ເລຂາເຮັດວຽກຢູ່ແຂວງຮ່າຕິ໋ງ

ທ່ານເລຮົງແອງຜູ້ປະຈຳການຄະນະ ເລຂາເຮັດວຽກຢູ່ແຂວງຮ່າຕິ໋ງ - ảnh 1
ທ່ານ​ເລ​ຮົງ​ແອ​ງ
ເຮັດ​ວຽກ​ຢູ່​ເມືອງ​ກີ່​ແອ​ງ

(ພາບປະກອບ: baohatinh.vn)

 

(vovworld)-​  ວັນ​ທີ 14/3, ຄະນະ​ປະຕິບັດ​ງານ​ສູນ​ກາງ ​ໂດຍ​ທ່ານເລ​ຮົງ​ແອ​ງ ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ​ນຳ​ໜ້າ​ໄດ້​ໄປ​ຢ້ຽມຢາມ ​ແລະ ເຮັດ​ວຽກ​ຢູ່​ແຂວງ​ຮ່າຕິ໋ງ. ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ຮ່າ​ຕິ໋ງ, ທ່ານ​ເລ​ຮົ່ງ​ແອ​ງ ​ໄດ້ ຮຽກຮ້ອງ​ໃຫ້​ແຂວງ​ຮ່າ​ຕິ໋ງ ຈົ່ງ​ສຸມ​ໃສ່​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ນຳ​ໃຊ້​ບັນດາ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ, ຫັນປ່ຽນ​ໂຄງ​ປະກອບ​ການ​ຜະລິດ​ປຸງ​ແຕ່ງ ​ແລະ ຈຳໜ່າຍຜະລິດ​ຕະພັນ, ຍົກ​ສູງ​ຄຸນຄ່າ​ການ​ຜະລິດ. ຮ່າ​ຕິ໋ງ ສືບ​ຕໍ່​ຜັນ​ຂະຫຍາຍ​ການ​ປະຕິບັດມະຕິ​ຂອງ​ສູນ​ກາງຄັ້ງທີ 4 ກ່ຽວ​ກັບ “ບາງ​ບັນຫາຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​​ໃນປະຈຸ​ບັນ“ ຢ່າງ​ມີ​ປະສິດທິ​ຜົນ. ຄະ​ນັກ​ພັກ​ແຂວງ​ຮ່າ​ຕິ໋ງ ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ; ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ພະນັກ​ງານ, ສະມາຊິກ​ພັກ. ກ່ອນ​ໜ້ານັ້ນ, ​ຄະນະ​ປະຕິບັດ​ງານ ​ໄດ້​ເຮັດ​ວຽກ​ກັບ​ເມືອງ​ກີ່​ແອ​ງ ​ແລະ ຢ້ຽມຢາມ​ເຂດ​ເສດຖະກິດ​ຫວູງອາງ.

ຂ່າວ/ບົດ​ອື່ນ