ທ່ານເອກອັກຄະລັດຖະທູດ ອາເມລິກາປະຈຳ ລີບີຖືກເສຍຊີວິດໃນເຫດບຸກໂຈມຕີ

ທ່ານເອກອັກຄະລັດຖະທູດ ອາເມລິກາປະຈຳ ລີບີຖືກເສຍຊີວິດໃນເຫດບຸກໂຈມຕີ  - ảnh 1
ທ່ານ Christopher Stevens ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະ​ຈຳ ລີ​ບີ
ພາບ: vietnamnet.vn


(vovworld) - ວັນ​ທີ 12/9, ກະຊວງ​ພາຍ​ໃນ ລີ​ບີ ​ໃຫ້​ຮູ້​ວ່າ: ທ່ານ Christopher Stevens ​ເອກ​ອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະ​ຈຳ ລີ​ບີ ພ້ອມ​ກັບ​ເຈົ້າຫນ້າ​ທີ່​ອື່ນ 3 ທ່ານຖືກ​ເສຍ​ຊີວິດ​ໃນ​ເຫດ​ບຸກ​ໂຈມ​ຕີ​ໃສ່​ສະຖານທູດ ອາ​ເມ​ລິ​ກາ ຢູ່​ນະຄອນ Benghazi ຂອງ​ລີ​ບີ​​ໂດຍຜູ້​ແຫ່​ຂະ​ບວນປະ​ທ້ວງກໍ່​ຂຶ້ນ. ​​ວັນ​ທີ 11/9, ຜູ້​ແຫ່​ຂະ​ບວນປ ະ​ທ້ວງ​ນັບ 100 ຄົນ ​ໄດ້​ບຸກ​ໂຈມ​ຕີ​ໃສ່ສຳນັກງານ​ສະຖານທູດ ອາ​ເມ​ລິ​ກາ ຢູ່ Banghazi ​ແລະ ວາ​ງ​ເພີງ. ​​ໃນ​ວັນ​ດຽວ​ກັນ, ຊ່ອງໂທລະພາບ Al Jazeera ກໍ​ໄດ້​ໃຫ້​ຂ່າວ​ວ່າ, ​ເອກ​ອັກຄະ​ລັດຖະທູດ Stevens ພວມ​ມີຫນ້າ​ຢູ່ Benghazi ຖືກ​ເສຍ​ຊີວິດ​ຍ້ອນ​​ຄວັນທຳລາຍ​ລະບົບ​ຫາຍ​ໃຈ ນອກ​ນັ້ນ​ຍັງມີ​ພະນັກງານ​ສະຖານ​ທູດອີກ 3 ຄົນ​ຖືກ​ເສຍ​ຊີວິດ. ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໄດ້​ອອກ​ຖະ​ແຫລ​ງການກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Victoria Nuland ​ໃຫ້​ຮູ້​ວ່າ: ວົງ​ການ​ເຈົ້າຫນ້າ​ທີ່ ອາ​ເມ​ລິ​ກາ ພວມ​ເຮັດ​ວຽກ​ກັບ​ບັນດາ​ເຈົ້າ​ຫນ້າ​ທີ່ ລີ​ບີ ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ສຳ​ນັກ​ງານ​ສະ​ຖານ​ທູດ​ອາ​ເມ​ລິ​ກາ. ຕໍ່ຫນ້າ​ເຫດການ​ດັ່ງກ່າວ, ​ໃນ​ວັນ​ດຽວ​ກັນ, ປະທານາທິບໍດີ ຝລັ່ງ Francois Hollande ຮຽກຮ້ອງ​ໃຫ້​ລັດຖະບານ ລີ​ບີ ຈ່ົງ​ມີ​ການ​ກະທຳ​ລະອຽດ​ເພື່ອ​ຊອກ​ຫາ​ຕົວ​ການ​ດຳ​ເນີນ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ