ນັກຂ່າວຫຼາຍຄົນທີ່ມາຈາກສຳນັກຂ່າວສານ ອົງການສື່ມວນຊົນຕ່າງປະເທດ ເຂົ້າຮ່ວມລາຍການຄົ້ນຫາ ແຂວງ ກວ໋າງນາມ.

(VOVWORLD) - ໃນເວລາສາມວັນ ຄືແຕ່ວັນທີ 17 ຫາ ວັນທີ 19 ມິຖຸນາ ມີນັກຂ່າວເກືອບ 40 ຄົນທີ່ຕາງໜ້າໃຫ້ແກ່ 15 ສຳນັກຂ່າວສານ ອົງການສື່ມວນຊົນຕ່າງປະເທດທີ່ມີສຳນັກງານຕັ້ງຢູ່ ຫວຽດນາມ ແລະ ແຂກທ່ອງທ່ຽວສາກົນຈຳນວນໜຶ່ງທີ່ເຂົ້າຮ່ວມລາຍການຄົ້ນຫາ ແຂວງ ກວ໋າງນາມ
ນັກຂ່າວຫຼາຍຄົນທີ່ມາຈາກສຳນັກຂ່າວສານ ອົງການສື່ມວນຊົນຕ່າງປະເທດ ເຂົ້າຮ່ວມລາຍການຄົ້ນຫາ ແຂວງ ກວ໋າງນາມ. - ảnh 1ນັກຂ່າວຫຼາຍຄົນທີ່ມາຈາກສຳນັກຂ່າວສານ ອົງການສື່ມວນຊົນຕ່າງປະເທດ ເຂົ້າຮ່ວມລາຍການຄົ້ນຫາ ແຂວງ ກວ໋າງນາມ.

    ທີ່ລາຍການ ແຂກທ່ອງທ່ຽວຈະໄດ້ຄົ້ນຫາບັນດາຜະລິດຕະພັນທ່ອງທ່ຽວຂຽວ, ທ່ອງທ່ຽວເຂດຊົນນະບົດ, ຄົ້ນຫາຜະລິດຕະພັນ OCOP ແລະ ຊອກຮູ້ບັນດາຄຸນຄ່າວັດທະນະທຳຢູ່ທ້ອງຖິ່ນທີ່ເປັນເອກລັກສະເພາະ ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍຢູ່ເຂດພູດອຍໃນແຂວງ ກວ໋າງນາມ. ທ່ານ ນາງ ຫງວຽນທິທຸ່ຍຈາງ ຮອງຫົວໜ້າພະແນກພົວພັນຕ່າງປະເທດແຂວງ ກວ໋າງນາມ ຢືນຢັນວ່າ ການຈັດຕັ້ງບັນດາລາຍການ ຄື ລາຍການຄົ້ນຫາແຂວງ ກວ໋າງນາມ ແມ່ນໂອກາດທີ່ດີ ເພື່ອແນະນຳພາບພົດ ປະຊາຊົນ ແລະ ວັດທະນະທຳຊົນເຜົ່າສ່ວນໜ້ອຍຢູ່ເຂດພູດອຍ ໃນແຂວງ ກວ໋າງນາມ ໃຫ້ແກ່ເພື່ອນ ມິດສາກົນ.  ທ່ານ ນາງ ຫວຽນທິທຸ່ຍຈາງ ກ່າວວ່າ:

     “ເຂດທາງທິດຕາເວັນຕົກ ແຂວງ ກວ໋າງນາມ ທັງມີຄວາມສາມາດບົ່ມຊ້ອນທາງດ້ານການພັດທິນາການທ່ອງທ່ຽວຊຸມຊົນ, ທັງມີຄວາມສາມາດບົ່ມຊ້ອນພັດທະນາການຢາອັນໃຫຍ່ຫຼວງ. ພວກຂ້າພະເຈົ້າກຳນົດທິດ ບໍ່ພຽງແຕ່ພັດທະນາການທ່ອງທ່ຽວຊຸມຊົນເທົ່າ ຫາກຍັງຈະແນະນຳເຖິງບັນດານັກລົງທຶນຂອງ ຈີນ  ຍີ່ປຸ່ນ ອິນເດຍ ສ ເກົາຫຼີ  ອີກດ້ວຍ ຍ້ອນວ່າເຂົາເຈົ້າມີຕະຫຼາດການຢາອັນໃຫຍ່ຫຼວງ ມີບັນດາບົດຮຽນປະສົບການໃນການປຸງແຕ່ງຜະລິດການຢາ. ນີ້ແມ່ນບັນດາຄູ່ຮ່ວມທີ່ມີຄວາມສາມາດບົ່ມຊ້ອນ ເພື່ອສາມາດຮ່ວມມືທີ່ດີທີ່ສຸດ.”

ຕອບກັບ

ຂ່າວ/ບົດ​ອື່ນ