ນັກ​ຊ່ຽວ​ຊານ ມາ​ເລ​ເຊຍ: ຫວຽດ​ນາມ ແມ່ນ​ແບບ​ຢ່າງ​ກ່ຽວ​ກັບ​ການ​ດຶງ​ດູດ​ການ​ລົງ​ທຶນ​ຈາ​ກ​ຕ່າງ​ປະ​ເທດ ຢູ່ນອນ​ພາກ​ພື້ນ

(VOVWORLD) -ຫວຽດນາມ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການຮ່ວມມື ອາຊຽນ ແລະ ແມ່ນແບບຢ່າງກ່ຽວກັບການດຶງດູດການລົງທຶນຈາກຕ່າງປະເທດ ຢູ່ນອນພາກພື້ນ. ນີ້ແມ່ນຂໍ້ສັງເກດຂອງ ທ່ານ ປ.ອ Oh Ei Sun ທີ່ປຶກສາຂັ້ນສູງ ຢູ່ສູນຄົ້ນຄ້ວາ ປາຊີຟິກ (ມາເລເຊຍ).



ນັກ​ຊ່ຽວ​ຊານ ມາ​ເລ​ເຊຍ: ຫວຽດ​ນາມ ແມ່ນ​ແບບ​ຢ່າງ​ກ່ຽວ​ກັບ​ການ​ດຶງ​ດູດ​ການ​ລົງ​ທຶນ​ຈາ​ກ​ຕ່າງ​ປະ​ເທດ ຢູ່ນອນ​ພາກ​ພື້ນ - ảnh 1ທ່ານ ປ.ອ Oh Ei Sun ທີ່ປຶກສາຂັ້ນສູງ ຢູ່ສູນຄົ້ນຄ້ວາ ປາຊີຟິກ (ມາເລເຊຍ) (ພາບ: TTXVN)

ທ່ານ ປ.ອ Oh Ei Sun ຖືວ່າ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຄວາມຮັບຜິດຊອບ ໃນປີດຳລົງຕຳແໜ່ງເປັນປະທານອາຊຽນ 2020 ແລະ ການປະກອບສ່ວນຂອງ ຫວຽດນາມ ຕໍ່ການຮ່ວມມື ອາຊຽນ ຕ້ອງໄດ້ຮັບການຕີລາຄາໂດຍອີງໃສ່ການສືບທອດນີ້. ທ່ານ ປ.ອ Oh Ei Sun ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນພື້ນຖານເສດຖະກິດ ພວມພົ້ນເດັ່ນຂຶ້ນໂດຍໄວ ຢູ່ພາກພື້ນ ແລະ ແມ່ນແບບຢ່າງທີ່ດີໃນການດຶງດູດເງິນລົງທຶນຈາກຕ່າງປະເທດ ຍ້ອນປະສິດທິຜົນຈາກກົນໄກປະຕູດຽວ - ໂດຍແມ່ນຮູບແບບທີ່ດຶງດູດເງິນລົງທຶນ ເຊິ່ງ ບັນດາປະເທດໃນພາກພື້ນ ມີຄວາມປາດຖະໜາ ຢາກຮ່ຳຮຽນ, ແບ່ງປັນປະສົບການ.

ນັກຊ່ຽວຊານກໍ່ສະແດງຄວາມປະທັບໃຈຕໍ່ຍຸດທະສາດແຫ່ງຊາດ ກ່ຽວກັບການປະຕິວັດ ອຸດສາຫະກຳ 4.0 ຂອງ ຫວຽດນາມ ເມື່ອປະເທດປະທານ ອາຊຽນ 2020 ແມ່ນໜຶ່ງ ໃນບັນດາປະເທດທີ່ມີອັດຕາການຫັນເປັນອຸດສາຫະກຳ ແລະ ຫັນເປັນດີຈີຕອນໂດຍໄວ. ທ່ານຢັ້ງຢືນ ວ່າ ຫວຽດນາມ ໄດ້ສວມບົດບາດນຳພາໃນການຊ່ວຍຍົກສູງຄວາມຮັບຮູ້ກ່ຽວກັບການປະຕິວັດນີ້ ໃນການຮ່ວມມື ອາຊຽນ ຢ່າງແທ້ຈິງ.

ທ່ານ ປ.ອ Oh Ei Sun ໄດ້ຕີລາຄາສູງຄວາມເປັນເຈົ້າການ, ຄວາມຕັ້ງໜ້າຂອງ ຫວຽດນາມ ໃນການແກ້ໄຂການຂັດແຍ້ງອະທິປະໄຕຢູ່ ທະເລຕາເວັນອອກ, ເປັນຕົ້ນແມ່ນຄວາມມານະພະຍາຍາມໃນການຊຸກຍູ້ ແລະ ບັນລຸໄດ້ກົດແຫ່ງການປະພຶດຢູ່ ທະເລຕາເວັນອອກ (COC) ໂດຍໄວ, ມີປະສິດທິຜົນ ແລະ ແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ