ນັກ​ຊ່ຽວ​ຊານ ສິງ​ກະ​ໂປ: ກາ​ລະໂອກ​າດ​ເພື່ອໃຫ້ ຫວຽດ​ນາມ​​ເປັນ​ເຈົ້າ​ພາ​ທາງ ອາ​ຊຽນ ຜ່ານ​ຜ່າ​ບັນ​ດາສິ່ງ​ທ້າ​ທາຍ

(VOVWORLD) - ວັນທີ 4 ພະຈິກ, ຫວຽດນາມ ໄດ້ຮັບຕຳແໜ່ງປະທານໝູນວຽນ ອາຊຽນ ຢ່າງເປັນທາງການ ຈາກປະເທດໄທ. ທ່ານ Choi Shing Kwok, ຫົວໜ້າສະຖາບັນຄົ້ນຄ້ວາ ອາຊີຕາເວັນອອກສ່ຽງໃຕ້ ຂອງສິງກະໂປ (ISEAS), ເນັ້ນໜັກວ່າ ໃນສະພາບການຢູ່ ພາກພື້ນ ແລະ ໂລກຄືໃນປັດຈຸບັນ, ປີ 2020 ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ສະແດງບົດບາດການເປັນເຈົ້າພາທາງອາຊຽນພັດທະນາດ້ວຍບັນດານະໂຍບາຍໂດຍຫວຽດນາມວາງອອກ.
ນັກ​ຊ່ຽວ​ຊານ ສິງ​ກະ​ໂປ: ກາ​ລະໂອກ​າດ​ເພື່ອໃຫ້ ຫວຽດ​ນາມ​​ເປັນ​ເຈົ້າ​ພາ​ທາງ ອາ​ຊຽນ ຜ່ານ​ຜ່າ​ບັນ​ດາສິ່ງ​ທ້າ​ທາຍ - ảnh 1ທ່ານ Choi Shing Kwok, ຫົວໜ້າສະຖາບັນຄົ້ນຄ້ວາ ອາຊີຕາເວັນອອກສ່ຽງໃຕ້ ຂອງສິງກະໂປ (ພາບ: ) 

ເມື່ອເຕື້ອງເຖິງເນື້ອໃນເພີ່ມທະວີຄວາມສາມັກຄີ ແລະ ສືບຕໍ່ ປັບປຸງບົດບາດເປັນໃຈກາງຂອງອາຊຽນຢູ່ພາກພື້ນ , ທ່ານ  Choi Shing Kwok ຖືວ່າ ດ້ວຍບົດບາດເປັນເຈົ້າພາທາງ, ຫວຽດນາມສາມາດຍົກອອກບັນດາແນວຄິດ, ສ້າງແຜນການ ແລະ ນຳມາເຊິ່ງກຳລັງໜູນໃຫ້ແກ່ບັນດາປະເທດ ອາຊຽນ ໃນນັ້ນມີການຮັບມືກັບບັນດາສິ່ງທ້າທາຍ ແລະ ກໍລະນີຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ.

        ຕາມນັກຊ່ຽວຊານ ຂອງສິງກະໂປແລ້ວ, ຫວຽດນາມ ບໍ່ພຽງແຕ່ມີບົດບາດສຳຄັນໃນການເຕົ້າໂຮມ, ເພີ່ມທະວີຄວາມສາມັກຄີ ແລະ ຄວາມເປັນເອກະພາບລະຫວ່າງບັນດາປະເທດສະມາຊິກ ອາຊຽນເທົ່ານັ້ນ ຫາກຍັງມີຄວາມຮັບຜິດຊອບໃນການຊຸກຍູ້, ເພີ່ມທະວີການພົວພັນຮ່ວມມືອັນດີງາມລະຫວ່າງ ອາຊຽນກັບບັນດາປະເທດຄູ່ຮ່ວມມື ແລະ ການພົບປະເຈລະຈາ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ