ນັກທຸລະກິດຍິງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ແລະ ການພັດທະນາເສດຖະກິດສີຂຽວ

(VOVWORLD) - ເລື່ອງສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງກ່ຽວກັບເສດຖະກິດ ຕິດພັນກັບສິ່ງແວດລ້ອມ ຈະປະກອບສ່ວນເພີ່ມລາຍຮັບ, ຮັກສາອາຊີບເປັນປົກກະຕິໃຫ້ແກ່ແມ່ຍິງ
ນັກທຸລະກິດຍິງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ແລະ ການພັດທະນາເສດຖະກິດສີຂຽວ - ảnh 1(ທ່ານນາງ ບຸຍທິມິງຮ່ວາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ກ່າວຄຳເຫັນທີ່ເວທີປາໄສ)

        ເວທີປາໄສເຊື່ອມຕໍ່ ແລະ ພົບປະແລກປ່ຽນນັກທຸລະກິດຍິງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ດ້ວຍຫົວຂໍ້ “ນັກທຸລະກິດຍິງ ແລະ ເສດຖະກິດສີຂຽວ” ຈັດຂຶ້ນໃນຕອນເຊົ້າວັນທີ 05 ກໍລະກົດ, ຢູ່ ຮ່າໂນ້ຍ. ເວທີປາໄສແມ່ນຂໍ້ລິເລີມຂອງສະຫະພັນແມ່ຍິງ ຫວຽດນາມ, ສະຫະພັນແມ່ຍິງ ລາວ ແລະ ສະຫະພັນແມ່ຍິງ ກຳປູເຈຍ ເພື່ອສັນຕິພາບ ແລະ ພັດທະນາ ຮ່ວມຈັດຂຶ້ນ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາງ ບຸຍທິມິງຮ່ວາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ຢືນຢັນວ່າ:

        “ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແມ່ຍິງໃຫ້ຫຼາຍກວ່າອີກ, ພິເສດແມ່ນນັກທຸລະກິດຍິງ 3 ປະເທດ, ຂ້າພະເຈົ້າປາດຖະໜາ ແລະ ສະເໜີໃຫ້ສະຫະພັນແມ່ຍິງ 3 ປະເທດ ຈົ່ງຕັ້ງໜ້າສົມທົບກັນ, ແບ່ງປັນບົດຮຽນໃນວຽກງານໂຄສະນາ, ຂົນຂວາຍ, ຍົກສູງສະຕິຄວາມຮັບຮູ້ ແລະ ໜູນຊ່ວຍສະມາຊິກ, ແມ່ຍິງກ່ຽວກັບການພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ. ພ້ອມກັນນັ້ນ, ປະຕິບັດບົດບາດເຊື່ອມຕໍ່ບັນດານັກທຸລະກິດຍິງ ກັບລັດຖະບານ, ອຳນາດການປົກຄອງທຸກຂັ້ນ, ລະຫວ່າງບັນດານັກທຸລະກິດຍິງຢູ່ລະດັບຊາດ, ພາກພື້ນ ແລະ ສາກົນ”.

        ເຂົ້າຮ່ວມເວທີປາໄສ, ທ່ານນາງ ອາລີ ວົງໜໍ່ບຸນທຳ, ປະທານສະພັນແມ່ຍິງ ລາວ ຖືວ່າ, ເລື່ອງສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງກ່ຽວກັບເສດຖະກິດ ຕິດພັນກັບສິ່ງແວດລ້ອມ ຈະປະກອບສ່ວນເພີ່ມລາຍຮັບ, ຮັກສາອາຊີບເປັນປົກກະຕິໃຫ້ແກ່ແມ່ຍິງ, ຫຼຸດຜ່ອນຄວາມຂາດຄວາມສະເໝີພາບລະຫວ່າງ ຍິງ - ຊາຍ…

ຕອບກັບ

ຂ່າວ/ບົດ​ອື່ນ