ນັກທ່ອງທ່ຽວຕ່າງປະເທດເດີນທາງໄປເກາະໂກໂຕບໍ່ຈຳເປັນຕ້ອງມີໃບອະນຸຍາດຜ່ານຊາຍແດນ

ນັກທ່ອງທ່ຽວຕ່າງປະເທດເດີນທາງໄປເກາະໂກໂຕບໍ່ຈຳເປັນຕ້ອງມີໃບອະນຸຍາດຜ່ານຊາຍແດນ - ảnh 1
ເກາະ​ໂກ​ໂຕ (ພາບປະກອບ)

(vovworld)- ທ່ານ ຮ​ວາງ​ບ໋າ​ນາມ ເລ​ຂາ​ຄະ​ນະ​ພັກ​ເມ​ືອງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ເມືອງ​ໂກ​ໂຕ, ແຂວງກວາງ​ນິງ ໃຫ້​ຮູ້​ວ່າ: ນັບ​ແຕ່ນີ້​ເປັນ​ຕົ້ນ​ໄປ, ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ປະ​ເທດ ສາ​ມາດ​ເດີນ​ທາງ​ໄປ​ຍັງ​ເກາະ​ໂກ​ໂຕ ບໍ່​ຈຳ​ເປັນ​ຕ້ອງ​ມີ​ໃບ​ອະ​ນ​ຍາດ​ຜ່ານ​ຊາຍ​ແດນ. ກ່ອນ​ໜ້ານີ້ ຕາມ​ດຳ​ລັດ​ຂອງ​ລັດ​ຖະ​ບານ ຊາວ​ຕ່າງ​ປະ​ເ​ທດ ​ມີ​ເອ​ກະ​ສານ​ເຂົ້າ​ເມືອງ​ຫວຽດ​ນາມ ຢ່າງ​ຄົບ​ຖ້ວນ ​ເຊັ່ນ: ໜັງ​ສື​ຜ່ານ​ແດນ, ວິ​ຊາ ແຕ່​ຖ້າ​ຫາກ​ຕ້ອງ​ການ​ເດີນ​ທາງ ໄປ​ຍັງ​ບັນ​ດາ​ເຂດ​ນ່ານ​ທະ​ເລ ທີ່​ຂື້ນ​ກັບ​ເຂດ​ຊາຍ​ແດນ ​ເຊັ່ນ: ໂກ​ໂຕ ຕ້ອງ​ໄດ້​ຂໍ​ໃບ​ອະ​ນຸ​ຍາດ ໃນ​ຂັ້ນ​ຕໍ່​ໄປ. ວັນ​ທີ 15/7, ຕຳຫຼວດ​ແຂວງກວາງ​ນິງ​ ໄດ້​ແຈ້ງວ່າ: ເມືອງ​ເກາະ​ໂກ​ໂຕ ໄດ້​ຖື​ຄະ​ນະ​ກຳ​ມ​ະ​ການ​ປະ​ຊາ​ຊົນ​ແຂວງກວາງ​ນິງ ຮັບ​ຮອງ​ເອົາ​ເປັນ “ເຂດ​ທ່ອງ​ທ່ຽວ​ທ້ອງ​ຖິ່ນ”. ໃນ​ນັ້ນ, ຊາວ​ຕ່າງ​ປະ​ເທດ ທີ່​ພວມ​ອາ​ໄສ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ​ຢູ່​ ຫວຽດ​ນາມ ມີ​ໜັງ​ສື​ຜ່ານ​ແດນ ຫຼື ໃບ​ເດີນ​ທາງ​ທີ່​ເໝາະ​ສົມ, ເມື່ອ​ຮອດ​ເມືອ​ງເກາະ​ໂກ​ໂຕ ບໍ່​ຕ້ອງ​ຂໍ​ໃບ​ອະ​ນຸ​ຍາດ, ສຳຫຼັບ​ການ​ຍົກ​ເລີກໃບ​ອະ​ນຸ​ຍາດນ​ີ້, ຂະ​ແໜງ​ທ່ອງ​ທ່ຽວ​ໂກ​ໂຕ ຈະ​ມີຫຼາຍ​ໂອ​ກາດ ເພື່ອ​ພັດ​ທະ​ນາ, ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນຫຼາຍ​ຂື້ນ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ