ນັກສຶກສາເກືອບ500ຄົນສະໝັກໃຈຮັບໃຊ້“ວັນບຸນວິສາຂະບູຊາ”2014

ນັກສຶກສາເກືອບ500ຄົນສະໝັກໃຈຮັບໃຊ້“ວັນບຸນວິສາຂະບູຊາ”2014 - ảnh 1
ນັກ​ສຶກສາເກືອບ 500 ຄົນ​ຮັບ​ໃຊ້​ໃຫ້​ແກ່​ງານ​ບຸນ​ “​ວິສາຂະບູຊາ​” 2014
(ພາບຈາກອິນເຕີເນັດ)

(vovworld) - ​ເພື່ອ​ຮັບ​ໃຊ້​ງານ​ບຸນ​ໃຫຍ່ “​ວິສາຂະບູຊາ​” 2014 ​ໃຫ້​ດີ​ທີ່​ສຸດ, ຄະນະ​ຈັດຕັ້ງ “ງານ​ບຸນ​ວິສາຂະບູຊາ​” 2014 ​ເລືອກ​ເຟັ້ນ​ນັກ​ສຶກສາເກືອບ 500 ຄົນ​ຮັບ​ໃຊ້​ໃຫ້​ແກ່​ງານ​ບຸນ​ດັ່ງກ່າວ. ​ນັບແຕ່​ວັນ​ທີ 6/5, ບັນດາ​ຜູ້ອາສາ​ສະໝັກຈະ​ເຂົ້າຮ່ວມ​ການ​ຕ້ອນຮັບ​ແຂກ​ພາຍ​ໃນ ​ແລະ ຕ່າງປະ​ເທດ,ເລີ່ມຕົ້ນສັບປະດາ “​ວິສາຂະບູຊາ​” 2014. ພະ​ອາຈານ ​ເຟຶອກນ້ຽມ, ຜູ້ປະສານ​ງານກັບ​ນັກອາສາ​ສະໝັກ​ໃຫ້​ຮູ້​ວ່າ:

   “ປີນີ້, ຄະນະ​ຈັດຕັ້ງວາງ​ອອກບັນດາມາດຕະຖານສູງ. ​ໃນ​​ໄລຍະໜຶ່ງສັບປະດາ​ທີ່​ຮັບ​ໃຊ້​ “ງານບຸນ​ວິສາຂະບູຊາ​”, ນັກ​ອາສ​າສະໝັກທຸກ​ຄົນລ້ວນ​ແຕ່​ຮ່ວມ​ຈິດ​ຮ່ວມ​ໃຈກັບ​ວຽກງານ​ທີ່​ຕົນໄດ້​ຮັບມອບຫຼາຍ.”

“ງານ​ບຸນ​ວິສາຂະບູຊາ​” ​​ຈະ​ໄຂ​ຂຶ້ນຢ່າງ​ເປັນ​ທາງ​ການ​ໃນ​ຕອນ​ເຊົ້າວັນ​ທີ 8/5 ດ້ວຍ​ຈຳນວນ​ແຂກທັງພາຍ​ໃນ ​ແລະ ຕ່າງປະ​ເທດປະມານ 3500 ຄົນ, ຊາວ​ພຸດທະສາສະນິກະ​ຊົນ​ນັບໝື່ນ​ຄົນ​ໃນ​ທົ່ວ​ປະ​ເທດ.​ ດ້ວຍ​ການ​ກະກຽມຢ່າງ​ລອບ​ຄອບຖີ່​ຖ້ວນ, ຄະນະ​ຈັດຕັ້ງຫວັງວ່າ “ງານບຸນ​ວິສາຂະບູຊາ​” ​ຈະ​ສ້າງຄວາມ​ປະ​ທັບ​ໃຈ​ອັນ​ດີງາມໃຫ້​ແກ່​ແຂກທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ.


ຂ່າວ/ບົດ​ອື່ນ