ນັກຮຽນຮູ້ ຝລັ່ງ ຕີລາຄາສູງບົດປາໄສຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ

ນັກຮຽນຮູ້ ຝລັ່ງ ຕີລາຄາສູງບົດປາໄສຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ  - ảnh 1
​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງມີບົດ​ປາ​ໄສ​ທີ່​ສະຖາບັນ​ຄົ້ນ​ຄ້ວາ​ສາກົນ ຝລັ່ງ


(vovworld)- ດ້ວຍ​ຫົວ​ຂໍ້: ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ຝລັ່ງ: ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ວັດທະນາ​ຖາວອນ”, ບົດ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ທີ່​ສະຖາບັນ​ຄົ້ນ​ຄ້ວາ​ສາກົນ ຝລັ່ງ ​ໃນ​ວັນ​ທີ 24/9 ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈສຳລັບ​ບັນດາ​ນັກຮຽນ​ຮູ້ ຝລັ່ງ. ທ່ານ Gregoire Vinay, ຫົວຫນ້າ​ພະ​ແນ​ກຍຸດ​ທະ​ສາດ ຂຶ້ນ​ກັບ​ກະຊວງ​ຟື້ນ​ຕົວ​ເສດຖະກິດ ຝລັ່ງ ຕີ​ລາຄາ​ວ່າ:

        “ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ແມ່ນ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ ຝລັ່ງ ​ແລະ ຫວຽດນາມ ​ແລະ ຍົກ​ໃຫ້​ເຫັນ​ຫລາຍ​ຂົງ​ເຂດ​ຄື: ​ແຜນ​ພັດທະນາ​ການ​ຮ່ວມ​ມື ​ແລະ ພັດທະນາ​ຢ່າງ​ດຸນ​ດ່ຽງ. ທ່ານ​ນາຍົກລັດຖະມົນ​ ຫງວຽນ​ເຕີນ​ຢູງ ຍົກ​ໃຫ້​ເຫັນ​ບັນດາ​ແງ່​ຫວັງ​ໃນ​ການ​ຮ່ວມ​ມື​ເສດຖະກິດ, ພິ​ເສດ​ໃນ​ການ​ຮ່ວມ​ມື​ສັນຕິພາບ - ຈຸດໝາຍ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ​ຂອງ​ມວນ​ມະນຸດ​ທັງ​ໝົດ.”

        ທ່ານ​ນາງ Francoise Nicola ຮັບຜິດ​ຊອບ​ບັນຫາ​ກ່ຽວ​ກັບ​ອາຊີ, ຂຶ້ນ​ກັບ​    ສະ​ຖາບບັ​ນ​ຄົ້ນ​ຄ້ວາ​ສາກົນ​ຂອງ ຝລ່ັງ ຢືນຢັນ​ວ່າ:

         “ທ່ານ​ນາຍົກລັດຖະມົນຕີ ​ໄດ້​ເນັ້ນ​ຫນັກ​ເຖິງ​ສາຍ​ພົວພັນພັນ​ຢ່າງ​ແຫນ້ນ​ແຟ້ນລະຫວ່າງ ຝລັ່ງ ​ແລະ ຫວຽດນາມ, ການ​ແລກປ່ຽນ​ວັດທະນະທຳ,​ ການ​ຮ່ວມ​ມື​ບຳລຸງ​ສ້າງ. ບົດ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ມຸ່ງ​ໄປ​ເຖິງ​ສາຍ​ພົວພັນ​ຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຝລັ່ງ ດ້ວຍ​ວິ​ໄສ​ທັດ​ຍາວ​ນານ ​ແລະ ປະ​ເອີ​ບ​ໃຈ. ບົດ​ປາ​ໄສ​ໄດ້​ຮັບ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖິ່ຖ້ວນ, ​​ເຂົ້າ​ສູ່​ບັນດາ​ຂົ​ງ​ເຂດ​ຮ່ວມ​ມື ​ແລະ ພິ​ເສດ​ໃນ​ການ​ຕອບ​ຖາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບຄວາມ​ເປີດ​ອົກ​ເປີດ​ໃຈ, ຄວາມ​ຈິງ​ໃຈ, ຮັບ​ຮູ້​ບັນດາ​ຄຳ​ຖາມ​ດ້ວຍ​ຫລາຍ​ຫົວ​ຂໍ້ ​ແລະ ຕອບ​ຄຳ​ຖາມ​ຢ່າງ​ລະອຽດ.”

ຂ່າວ/ບົດ​ອື່ນ