ນັກ​ຮຽນ​ຮູ້ ອິນ​ໂດ​ເນ​ເຊຍ ຢືນຢັນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ຄວາມ​ຄາດ​ຫວັງ​ຂອງ​ຊາດ​ຢ່າງ​ແທ້​ຈິງ

(VOVWORLD) -    ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ  XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຂອງ ຫວຽດນາມ ທີ່ດຳເນີນໃນວັນທີ 23 ພຶດສະພາ ນີ້ ແມ່ນເຫດການທີ່ມີຄວາມສຳຄັນຍິ່ງສຳລັບ ຫວຽດນາມ.
ນັກ​ຮຽນ​ຮູ້ ອິນ​ໂດ​ເນ​ເຊຍ ຢືນຢັນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ຄວາມ​ຄາດ​ຫວັງ​ຂອງ​ຊາດ​ຢ່າງ​ແທ້​ຈິງ - ảnh 1ຜູ້ມີສິດເລືອກຕັ້ງ ແຈ້ງອາການສຸຂະພາບກ່ອນເຂົ້າຮ່ວມການປ້ອນບັດເລືອກຕັ້ງ (ພາບ: TTXVN)

  ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ  XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຂອງ ຫວຽດນາມ ທີ່ດຳເນີນໃນວັນທີ 23 ພຶດສະພາ ນີ້ ແມ່ນເຫດການທີ່ມີຄວາມສຳຄັນຍິ່ງສຳລັບ ຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງນັກຂ່າວ ຜູ້ມີຊື່ສຽງຂອງ ອິນໂດເນເຊຍ Veeramalla Anjaiah ພ້ອມທັງແມ່ນນັກຄົ້ນຄວ້າຂັ້ນສູງຂອງ ສູນຄົ້ນຄວ້າ ອາຊີຕາເວັນອອກສ່ຽງໃຕ້ ມີສຳນັກງານຕັ້ງຢູ່ ຈາກາຕາ, ອິນໂດເນເຊຍ.

        ນັກຂ່າວ Anjaiah ຖືວ່າ ໂດຍບໍ່ຫົວຊາຕໍ່ຈຳນວນຜູ້ຕິດຊື້ອພະຍາດໂຄວິດ - 19 ພວມເພີ່ມຂຶ້ນລະດັບສະຖິຕິໃນຊຸມວັນມໍ່ໆມານີ້, ອົງການຈັດຕັ້ງການເລືອກຕັ້ງຂອງ ຫວຽດນາມ ໄດ້ກະກຽມທຸກຢ່າງເປັນຢ່າງດີ ເພື່ອຈັດຕັ້ງການເລືອກຕັ້ງຄັ້ງນີ້ຢ່າງເປີດເຜີຍ, ໂປ່ງໃສ, ປອດໄພ ແລະ ຈະແຈ້ງ. ໃນຫຼາຍທົດສະວັດຜ່ານມາ, ຫວຽດນາມ ສະແດງໃຫ້ເຫັນວ່າ ການເລືອກຕັ້ງຄັ້ງຕ່າງໆ ແລະ ການມອບຮັບສິດນຳພາປະເທດຊາດ “ຍາມໃດກໍດຳເນີນໄປດ້ວຍຄວາມເຫັນດີເຫັນພ້ອມ”, ໃນຂະນະທີ່ປະຊາຊົນມີຄວາມສົນໃຈເຖິງການເຂົ້າຮ່ວມການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ, ສະມາຊິກສະພາປະຊາຊົນທຸກຂັ້ນ ທີ່ສຸດ.

        ທ່ານ Anjaiah ໃຫ້ຂໍ້ສັງເກດວ່າ ສະພາແຫ່ງຊາດ ໄດ້ ແລະ ພວມສວມບົດບາດສຳຄັນໃນວິວັດການຫັນປ່ຽນເສດຖະກິດ - ສັງຄົມ, ຍ້ອນມີບັນດາກົດໝາຍທີ່ມີປະສິດທິພາບ ແລະ ເປັນປະໂຫຍດ ເຊິ່ງສະພາແຫ່ງຊາດຫວຽດນາມ ໄດ້ປະກາດໃຊ້ຫວ່າງມໍ່ມານີ້, ຫວຽດນາມ ໄດ້ເປັນທີ່ຮູ້ຈັກກັນດີ ແມ່ນປະເທດຂະຫຍັນຂັນເຄື່ອນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍວົງເງິນສົ່ງອອກ, ການດຶງດູດເງິນລົງທຶນຈາກຕ່າງປະເທດ ແລະ ການສະສົມເງິນຕາຕ່າງປະເທດນັບມື້ນັບເພີ່ມຂຶ້ນ. ຫວຽດນາມ ພວມກ້າວເດີນບົນເສັ້ນທາງມຸ່ງໄປສູ່ປະເທດມີລາຍຮັບປານກາງສູງ./.

 


               

ຕອບກັບ

ຂ່າວ/ບົດ​ອື່ນ