ນັກຮຽນຮູ້ລັດເຊຍ ຕີລາຄາສູງບັນດາບາດກ້າວກະໂດດຂັ້ນຂອງຫວຽດນາມ

(VOVWORLD) -ສາດສະດາຈານ ປອ Vladimia Kolotov ຜູ້ອຳນວຍການສະຖາບັນໂຮ່ຈີມິນ ສັງກັດມະຫາວິທະຍາໄລສັບພະວິຊາແຫ່ງຊາດ Saint Peterburg ຕີລາຄາວ່າ ພາຍຫລັງການປະຕິວັດເດືອນສິງຫາ ແລະວັນຊາດຫວຽດນາມ ທີ 2 ກັນຍາປີ 1945, ຫວຽດນາມ ບັນລຸໄດ້ຜົນງານອັນສະຫງ່າລາສີ ຫລາຍຢ່າງ. 
ນັກຮຽນຮູ້ລັດເຊຍ ຕີລາຄາສູງບັນດາບາດກ້າວກະໂດດຂັ້ນຂອງຫວຽດນາມ - ảnh 1 ສາດສະດາຈານ ປອ Vladimia Kolotov (ພາບ: Vietnam+)

ປະຈຸບັນຫວຽດນາມແມ່ນປະເທດ ມີອະທິປະໄຕ, ສະເຫມີຕົ້ນສະເຫມີປາຍໃນການປົກປ້ອງຜົນປະໂຫຍດແຫ່ງຊາດ ແລະມີພື້ນຖານເສດຖະກິດພວມພັດທະນາຢ່າງວ່ອງໄວ ແລະມີອິດທິພົນຊື່ສຽງບົນເວທີສາກົນ. ໃນຂະນະນັ້ນ ສາດສະດາຈານ ປອ V. Mazyrin ຫົວຫນ້າສູນຄົ້ນຄ້ວາກ່ຽວກັບຫວຽດນາມ ແລະ ອາຊຽນ ສັງກັດສະຖາບັນຕາເວັນອອກໄກ ໄດ້ຕີລາຄາສູງບັນດາໝາກຜົນດ້ານເສດຖະກິດຂອງຫວຽດນາມ ດ້ວຍການໃຫ້ຂໍ້ສັງເກດວ່າ ຫວຽດນາມ ລອດເຂົ້າ Top 20 ປະເທດມີພື້ນຖານເສດຖະກິດພັດທະນາຢ່າງວ່ອງໄວກວ່າໝູ່ໃນໂລກ. ທ່ານກໍ່ເນັ້ນຫນັກວ່າ ຫວຽດນາມແມ່ນແບບຢ່າງ ກ່ຽວກັບປະເທດພັດທະນາກະໂດດຂັ້ນເມື່ອໄປທັດທຽມກັບບັນດາປະເທດພັດທະນາກວ່າໃນພາກພື້ນ ແລະໃນໂລກເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ