ນັກຮຽນຮູ້ສ.ເກົາຫຼີຕີລາຄາສູງການຢ້ຽມຢາມອາເມລິກາຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ

ນັກຮຽນຮູ້ສ.ເກົາຫຼີຕີລາຄາສູງການຢ້ຽມຢາມອາເມລິກາຂອງທ່ານເລຂາທິການໃຫຍ່ຫງວຽນຟູ໋ຈ້ອງ - ảnh 1
ການ​ເຈ​ລະ​ຈາ​ລະ​ຫວ່າງ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລະ
ປະ​ທາ​ນາ​ທິ​ບໍ​ດີ Barack Obama
(ພາບ: Trí Dũng/TTXVN)

(vovworld) – ເນື່ອງ​ໃນ​ໂອ​ກາດ​​ການຢ້ຽມ​ຢາມ ອາ​ເມ​ລິ​ກາ ແຕ່​ວັນ​ທີ 6 – 11/7 ຂອງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽ​ນ​ຟູ໋​ຈ້ອງ, ວັນ​ທີ 11/7, ນັກ​ຂ່າວ​ສຳ​ນັ​ກ​ຂ່າວ​ສານ​ ຫວຽດ​ນາມ ປະ​ຈຳ ເຊີ​ອູນ ມີ​ບົດ​ສຳ​ພາດ​ທ່ານ Chon Yong Hun, ສ​າດ​ສະ​ດາ​ຈາ​ນ​ພະ​ແນກ​ການ​ເມືອງ ແລະ ການ​ພົວ​ພັນ​ສາ​ກົນ, ມະ​ຫາ​ວິ​ທະ​ຍາ​ໄລ ສ. ເກົາຫຼີ, ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ນະ​ໂຍ​ບາຍ ຫວຽດ​ນາມ ຂອງ ສ​. ເກົາຫຼີ, ພ້ອມ​ທັ​ງ​ແມ່ນ​ຮອງ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ສ. ເກົາຫຼີ - ຫວຽດ​ນາມ, ກ່ຽວ​ກັບ​ການ​ພົວ​ພັນ ຫວຽດ​ນາມ - ອາ​ເມ​ລິ​ກາ. ຕາມ​ທ່ານສ​າດ​ສະ​ດາ​ຈາ​ນ Chon Yong Hun ແລ້ວ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ, ກໍ່​ຄື​ການ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Barack Obama ປະ​ກອບ​ສ່ວນ​ສຳ​ຄັນ​​ເຂົ້າໃນ​ກາ​ນ​ຍົກ​ສູງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ກໍ​ຄື​ນຳ​ມາ​ເຊິ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ພົບ​ປະ​ແລກ​ປ່ຽນ, ການ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ​ໃນ​ທຸກໆ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ເມືອງ, ການ​ທູດ, ການ​ປ້ອງ​ກັນ​ຊາດ, ການ​ສຶກ​ສາ ແລະ ວັດ​ທະ​ນະ​ທຳ. ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ຫວຽດ​ນາມ​ ເຂົ້າ​ຮ່ວມ​ສັນ​ຍາ​ຂ້າມ​ປາ​ຊີ​ຟິກ (TPP) ຈະ​ໄດ້​ຮັບ​ຄວາ​ມ​ເຊື່ອ​ໝັ້ນຫຼາຍ​ຢ່າງ​ຈາກ​ຝ່າຍ ອາ​ເມ​ລິ​ກາ, ຈາກນັ້ນ​ຈະ​ປະ​ກອບ​ສ່ວນ​ເພີ່ມ​ວົງ​ເງິນ​ການ​ຄ້າ​ລະ​ຫວ່າງ 2 ປະ​ເທດ. ດ້ານ​ອື່ນ, ບັນ​ດາ​ວິ​ສາ​ຫະ​ກິດ​ນາໆ​ຊາດ​ຂອງ ອາ​ເມ​ລິ​ກາ ຈະ​ເພີ່ມ​ທະ​ວີ​ການ​ລົງ​ທຶນ​ເຂົ້າ ຫວຽດ​ນາມ, ໃນ​ນັ້​ນ​ບັນ​ດາ​ເຕັກ​ໂນ​ໂລ​ຢີ​ກ້າວ​ໜ້າ​ຂອງ ອາ​ເມ​ລິ​ກາ ໄດ້​ນຳ​ເຂົ້າ ຫວຽດ​ນາມ. ກ່ຽວ​ກັບ​ຂົງ​ເຂດ​ການ​ທູດ ແລະ ການ​ປ້ອງ​ກັນ​ຊາດ, 2 ປະ​ເທດ​ລ້ວນ​ແຕ່​ມ​ີ​​ຄວາມ​ຮັບ​ຮູ້​ວ່າ​ຕ້ອງ​ມີ​ການ​ຮ່ວມ​ມື ແລະ ໜູນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ​ເພື່ອ​ໃຫ້ ເອ​ເມ​ລິ​ກາ ​ສາ​ມາດປະ​ຕິ​ບັດ​ນະ​ໂຍ​ບາຍ “ສ້າງ​ຄວາມ​ດຸ່ນ​ດຽງ​ຢູ່ ອາ​ຊີ ຄືນ​ໃໝ່”, ໃນ​ຂະ​ນະ ຫວຽດ​ນາມ ຕ້ອ​ງ​ແກ້​ໄຂ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ແລະ ບັນ​ດາ​ບັນ​ຫາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ອື່ນ. ຕາມ​ທ່ານ​ສາ​ດ​ສະ​ດາ​ຈານ Chon Yong Hun ແລ້ວ, 2 ປະ​ເທດ​ຈະ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ທະ​ຫານ.

 


ຂ່າວ/ບົດ​ອື່ນ