ນັກເຄື່ອນໄຫວສັງຄົມຮຽກຮ້ອງຈີນ ແລະ ຟິລີບປີນ ຫລຸດຜ່ອນຄວາມເຄັ່ງຕຶງ

ນັກເຄື່ອນໄຫວສັງຄົມຮຽກຮ້ອງຈີນ ແລະ ຟິລີບປີນ ຫລຸດຜ່ອນຄວາມເຄັ່ງຕຶງ - ảnh 1
ສະຖານທີ່ພິພາດ ລະຫວ່າງ ຈີນ ແລະ ຟິລີບປີນ


(vovworld) - ວັນທີ 21/8, ນັກ​ເຄື່ອນ​ໄຫວ​ສັງຄົມ​ປະມານ 500 ຄົນ ​ໄດ້​ແຫ່​ຂະ​ບວນຢູ່​ນະຄອນຫລວງ Manila ​ເພື່ອ​ຮຽກຮ້ອງ​ຢຸດຕິ​ຄວາມ​ເຄັ່ງ​ຕຶງ​ກ່ຽວ​ກັບ​ການ​ພິພາດ​ອະທິປະ​ໄຕຢູ່​ທະ​ເລ​ຕາ​ເວັນ​ອອກ ລະຫວ່າງ ຈີນ ​ແລະ ຟິລີບ​ປີນ ​ໃນ​ຫລາຍ​ປີຜ່ານມາ. ບັນດາ​ນັກ​ເຄື່ອນ​ໄຫວ​ສັງຄົມ​ດັ່ງກ່າວ​ແມ່ນ​ຂຶ້ນ​ກັບ​ອົງການ US Pinoys for Good Governance ​ໄດ້​ພ້ອມ​ກັນ​ພາວະນາ​ຂໍສັນ​ຕິ​ພາບ​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ. ຜູ້​ຄົນ​ດັ່ງກ່າວ​ເວົ້າ​ວ່າ: ​ເຂົາ​ເຈົ້າ​ປາດ​ຖະຫນາຢາກໃຫ້ ຈີນ  ມຸ່ງ​ໄປ​ເຖິງ​ການ​ຊຸກຍູ້​ສັນຕິພາບ​ແທນໃຫ້ການ​ກະທຳ​​ເປັນ​ປໍ​ລະ​ປັກກັບ​ຫລາຍ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ທ່ານ​ນາງ Loiza Levis ສະມາຊິກ​ຂອງ​ອົງການ​ດັ່ງກ່າວ​ໃຫ້​ຮູ້​ວ່າ: ພວກ​ຂ້າພະ​ເຈົ້າ​ຢາກ​ຈີນ​ເຂົ້າ​ໃຈ​ວ່າ ຟິລີ​ບປີນ ​ແລະ ຈີນ ​ລ້ວນ​ແຕ່​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ​່ດີ ​ແລະ ​ເປັນ​ອ້າຍ​ນ້ອງ​ກັນ. ສະ​ນັ້ນ ​ແທນ​ທີ່​ຈະຕ້ອງສູ້​ຢັນ​ກັນ ພວກ​ເຮົາ​ຄວນຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ.

ຂ່າວ/ບົດ​ອື່ນ