ນັກໄອຍະການ Muller ສົ່ງສຳເນົາສືບສວນບັ້ນຫາສຽງເລືອກຕັ້ງຂອງປະທານາທິບໍດີ Trump ໃຫ້ທ່ານລັດຖະມົນຕີ William

(VOVWORLD) - ທ່ານປະທານາທິບໍດີ Donald Trump ກໍ່ຢືນຢັນວ່າ ຖັນແຖວພະນັກງານຫາສຽງເລືອກຕັ້ງຂອງທ່ານ ບໍ່ມີການຕິດຕໍ່ກັບບໍ່ວ່າວົງການເຈົ້າໜ້າທີ່ໃດຂອງ ລັດເຊຍ ກ່ອນທີ່ດຳເນີນການເລືອກຕັ້ງໃນປີ 2016.
ນັກໄອຍະການ Muller ສົ່ງສຳເນົາສືບສວນບັ້ນຫາສຽງເລືອກຕັ້ງຂອງປະທານາທິບໍດີ Trump ໃຫ້ທ່ານລັດຖະມົນຕີ William - ảnh 1ນັກໄອຍະການພິເສດ Robert Mueller (ພາບ: Reuters) 

ວັນທີ 22 ມີນາ, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ ນັກໄອຍະການພິເສດ Robert Mueller, ຜູ້ທີ່ໄດ້ດຳເນີນການສືບສວນກ່ຽວກັບຄວາມສົງໄສທີ່ວ່າ ລັດເຊຍ ແຊກແຊງເຂົ້າການເລືອກຕັ້ງ ອາເມລິກາ 2016 ຕາມທິດມີຜົນປະໂຫຍດໃຫ້ມະຫາເສດຖີ Trump, ໄດ້ສົ່ງບົດລາຍງານການສືບສວນໃຫ້ທ່ານລັດຖະມົນຕີກະຊວງຍຸຕິທຳ ອາເມລິກາ William Barr. ແລະ ກໍ່ໃນວັນດຽວກັນ, ທຳນຽບຂາວກໍ່ມີແຈ້ງການກ່ຽວກັບເຫດການດັ່ງກ່າວ. ຝ່າຍ ລັດເຊຍ ຍາມໃດກໍ່ປະຕິເສດເລື່ອງແຊກແຊງເຂົ້າການເລືອກຕັ້ງນີ້. ທ່ານປະທານາທິບໍດີ Donald Trump ກໍ່ຢືນຢັນວ່າ ຖັນແຖວພະນັກງານຫາສຽງເລືອກຕັ້ງຂອງທ່ານ ບໍ່ມີການຕິດຕໍ່ກັບບໍ່ວ່າວົງການເຈົ້າໜ້າທີ່ໃດຂອງ ລັດເຊຍ ກ່ອນທີ່ດຳເນີນການເລືອກຕັ້ງໃນປີ 2016.

ຕອບກັບ

ຂ່າວ/ບົດ​ອື່ນ