ນັບ​ແຕ່​ເວ​ລາ 0 ໂມງ ຂອງວັນ​ທີ 22 ກໍ​ລະ​ກົດ, ຮ່າ​ໂນ້ຍ ປະ​ຕິ​ບັດ​ການ​ແຍກ​ຕົວ​ທັງ​ໝົດຜູ້​ທີ່​ມາ​ຈາກ​ບັນ​ດາ​ທ້ອງ​ຖິ່ນ​ພວມ​ເກີດ​ໂລກ​ລະ​ບາດ

(VOVWORLD) -  ເພື່ອແນໃສ່ເປັນເຈົ້າການໃນການຄັດກອງກໍລະນີຕິດເຊື້ອ, ຄົ້ນຫາປະຫວັດການສຳຜັດໄປ - ມາ, ຄວບຄຸມສະພາບການຂອງໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນ ຮ່າໂນ້ຍ, ວັນທີ 21 ກໍລະກົດ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈູງອັກແອັງ ໄດ້ສົ່ງໂທລະເລກກ່ຽວກັບການເພີ່ມທະວີບັນດາມາດຕະການໃນການປ້ອງກັນ, ສະກັດກັ້ນໂລກລະບາດ.
ນັບ​ແຕ່​ເວ​ລາ 0 ໂມງ ຂອງວັນ​ທີ 22 ກໍ​ລະ​ກົດ, ຮ່າ​ໂນ້ຍ ປະ​ຕິ​ບັດ​ການ​ແຍກ​ຕົວ​ທັງ​ໝົດຜູ້​ທີ່​ມາ​ຈາກ​ບັນ​ດາ​ທ້ອງ​ຖິ່ນ​ພວມ​ເກີດ​ໂລກ​ລະ​ບາດ - ảnh 1(ພາບປະກອບ: VOV)

ຕາມນັ້ນແລ້ວ, ນັບແຕ່ເວລາ 0 ໂມງ ຂອງວັນທີ 22 ກໍລະກົດ, ຈະເລີ່ມປະຕິບັດການແຍກຕົວລວມໝູ່ ສຳລັບຜູ້ທີ່ມາຈາກທ້ອງຖິ່ນທີ່ເກີດການແຜ່ລະບາດຂອງໂລກລະບາດໂຄວິດ - 19 ແລະ ພວມປະຕິບັດການແຍກຫ່າງສັງຄົມ; ເວັ້ນເສຍແຕ່ບັນດາກໍລະນີທີ່ເປັນກຳລັງຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດ; ວຽກງານລັດຖະການທີ່ຮັບປະກັນໄດ້ຕາມຄວາມຕ້ອງການ, ຂໍ້ກຳນົດປ້ອງກັນ, ຕ້ານໂລກລະບາດ ແລະ ໄດ້ຮັບການອະນຸຍາດຈາກອຳນາດການປົກຄອງ.

        ທ່ານປະທານຄະນະກຳມະການປະຊາຊົນ ນະຄອນ ຮ່າໂນ້ຍ ກໍຮຽກຮ້ອງໃຫ້ພະແນກສາທາລະນະສຸກ ຊີ້ນຳສູນຄວບຄຸມພະຍາດນະຄອນ ຮ່າໂນ້ຍ, ບັນດາຮາກຖານກວດ, ປິ່ນປົວພະຍາດຂອງນະຄອນ, ສູນສາທາລະນະສຸກບັນດາເມືອງ, ເທດສະບານເມືອງ ຈົ່ງປະຈຳການຕະຫຼອດ 24 ຊົ່ວໂມງຂອງທຸກໆວັນໃນອາທິດ; ເພີ່ມທະວີວຽກງານເອົາຕົວຢ່າງ, ກວດວິໄຈຫາເຊື້ອໄວຣັດ ໃຫ້ບັນດາກໍລະນີທີ່ມີອາການຖືກສົງໄສວ່າຕິດເຊື້ອພະຍາດໂຄວິດ - 19. ພ້ອມກັນນັ້ນ, ກໍ່ປັບປຸງ, ເພີ່ມທະວີກຳລັງຄວາມສາມາດຂອງພະແນກຟື້ນຟູສຸຂະພາບ ເພື່ອກຽມພ້ອມຮັບ, ປິ່ນປົວໃຫ້ແກ່ກໍລະນີເຈັບໜັກ.

ຕອບກັບ

ຂ່າວ/ບົດ​ອື່ນ