ນະຄອນ ດາຫນັງ ລະນຶກ 35 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມື ຫວຽດນາມ ລາວ

ນະຄອນ ດາຫນັງ ລະນຶກ 35 ປີ  ແຫ່ງວັນເຊັນສົນທິສັນຍາມິດຕະພາບ  ການຮ່ວມມື ຫວຽດນາມ ລາວ - ảnh 1
ພາບປະກອບ: internet


(vovworld) - ​ຕອນ​ເຊົ້າ​ວັນ​ທີ 18/7 ຢູ່ ນະຄອນ ດາ​ຫນັງ ​ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​ມິດ​ຕິງ ລະນຶກ 35 ປີ ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ​ແລະ 50 ປີ ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ ຫວຽດນາມ - ລາວ. ພາຍຫລັງ 35 ປີ ນັບ​ແຕ່​ເມື່ອ​ສົນທິສັນຍາ​ມມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ, ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ ດາ​ຫນັງ ​​ໄດ້​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ພັດທະນາ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ ຢ່າງ​ບໍ່​ຢຸດ​ຢັ້ງ. ມາ​ຮອດ​ປະ​ຈຸ​ບັນ ນະຄອນ ດາ​ຫນັງ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ ​24 ສະບັບ ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ລາວ​ຄື: ສະ​ຫວັນນະ​ເຂດ, ຈຳປາ​ສັກ, ສາລາ​ວັນ, ​ເຊ​ກອງ  … ພ້ອມ​ກັນ​ນັ້ນ ນະຄອນ ດາ​ຫນັງ ຍັງ​ຫນູນ​ຊ່ວຍ​ໃຫ້​ແກ່​ນັກ​ສຶກສາລາ​ວນັບ​ຮ້ອຍ​ຄົນ ທີ່​ພວມ​ຮຳ່ຮຽນ ຢູ່ ບັນດາ​ມະຫາວິທະຍາ​ໄລ ຢູ່ ດາ​ຫນັງ. ທ່ານ Nguyen Ba Thanh ​ເລຂາ​ຄະນະ​ພັກ ນະຄອນ ດາ​ຫນັງ ​ໄດ້​ຢືນຢັນ​ວ່າ:

“​ໃນ​ສະພາບ​ການ​ປະຈຸ​ບັນ, ສາຍ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ຕ້ອງ​ຖື​ເປັນ​ບັນຫາ​ຕົ້ນຕໍ. ອົງຄະ​ນະ​ພັກ ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ ນະຄອນ ດາ​ຫນັງ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ ​ແລະ ​ໃຫ້​ບຸລິມະ​ສິດ​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ກັບ​ລາວ, ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະກອບສ່ວນ​ເພີ່​ມພູນ​ຄູນ​ສ້າງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ ​ແລະ ລາວ.”

ຂ່າວ/ບົດ​ອື່ນ