ນະ​ຄອນ ຝູກວັກ ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຫຼາຍກວ່າ 19.000 ເທື່ອ​ຄົນ

(VOVWORLD) -ໃນເດືອນ ກຸມພາ, ນະຄອນ ຝູກວັກ ໄດ້ຕ້ອນຮັບແຂກທ່ອງທ່ຽວທັງໝົດຫຼາຍກວ່າ 742.000 ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນເກືອບ 19.000 ເທື່ອຄົນ. 
ນະ​ຄອນ ຝູກວັກ ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຫຼາຍກວ່າ 19.000 ເທື່ອ​ຄົນ - ảnh 1(ພາບປະກອບ: VOV)

ໃນເດືອນ ກຸມພາ ໄດ້ຜັນຂະຫຍາຍໄລຍະ 01 ຂອງໂຄງການທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນ ມາທ່ຽວ ຝູກວັກ ດ້ວຍການນຳໃຊ້ໜັງສືຜ່ານແດນວັກຊິນ, ນະຄອນ ຝູກວັກ ໄດ້ຕ້ອນຮັບແຂກທ່ອງທ່ຽວທັງໝົດຫຼາຍກວ່າ 742.000 ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນເກືອບ 19.000 ເທື່ອຄົນ. ທ່ານ ບຸ່ຍກວັກຖ໊າຍ, ຫົວໜ້າພະແນກທ່ອງທ່ຽວແຂວງ ກຽນຢາງ ໃຫ້ຮູ້ວ່າ ທາງພະແນກໄດ້ສະເໜີໃຫ້ຄະນະກຳມະການປະຊາຊົນແຂວງ ພິຈາລະນາເພີ່ມຈຳນວນຫົວໜ່ວຍສະໜອງການບໍລິການຕ້ອນຮັບແຂກທ່ອງທ່ຽວ ເພື່ອເປີດກວ້າງຂອບເຂດຕ້ອນຮັບແຂກທ່ອງທ່ຽວ; ດັດປັບຂັ້ນຕອນການຕ້ອນຮັບແຂກທ່ອງທ່ຽວສາກົນ ທີ່ນຳໃຊ້ໜັງສືຜ່ານແດນວັກຊິນຄືນໃໝ່ ຕາມວິທີເປີດການເຄື່ອນໄຫວທ່ອງທ່ຽວ ຮັບປະກັນຄວາມປອດໄພ, ມີປະສິດທິຜົນ ກໍຄື ຂັ້ນຕອນການຕ້ອນຮັບແຂກທ່ອງທ່ຽວສາກົນ ຮອດວັນທີ 14 ມີນາ ຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.


ຕອບກັບ

ຂ່າວ/ບົດ​ອື່ນ