(VOVWORLD) - ລາຍການສະແດງສິລະປະ “ບຸນເຕັດແຫ່ງມິດຈິດມິດໃຈ - ລະດູບານໃໝ່ປີມະເມຍ 2026” ໄດ້ດຳເນີນໃນຕອນຄ່ຳວັນທີ 06 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ. ລາຍການໄດ້ຮັບການກະກຽມຢ່າງລະອຽດລະອໍດ້ວຍຫຼາຍລາຍການສະແດງສິລະປະທີ່ເປັນເອກະລັກ, ເຂັ້ມຂຸ້ນໄປດ້ວຍສີສັນລະດູບານໃໝ່ ແລະ ລົມຫາຍໃຈຂອງຊີວິດຊົນນະບົດ.
(ພາບປະກອບ: VGP) |
“ບຸນປີໃໝ່ແຫ່ງມິດຈິດມິດໃຈ” ໄດ້ຮັບການສືບທອດຈາກລາຍການ “ຕົ້ນດອກເໝີຍຕ້ອນຮັບລະດູບານໃໝ່”, “ບຸນເຕັດເຮັດວຽກດີ” ໂດຍສະມາຄົມຊາວກະສິກອນນະຄອນ ໂຮ່ຈີມິນ ຈັດຂຶ້ນທຸກໆປີ ນັບແຕ່ປີ 2008 ມາຮອດປັດຈຸບັນ. ຜ່ານ 18 ປີ, ລາຍການດັ່ງກ່າວໄດ້ຮັບການປະກອບສ່ວນຂອງວິສາຫະກິດ, ຫົວໜ່ວຍ, ສ່ວນບຸກຄົນເປັນຈຳນວນຫຼາຍ, ຜ່ານນັ້ນ ກໍ່ຊ່ວຍເບິ່ງແຍງໃຫ້ແກ່ 77.476 ຄອບຄົວຊາວກະສິກອນທຸກຍາກ, ໃກ້ຂັ້ນທຸກຍາກ, ປະສົບກັບຄວາມຫຍຸ້ງຍາກ ແລະ ບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກວ່າເພິ່ນ, ດ້ວຍມູນຄ່າທັງໝົດກວ່າ 131 ຕື້ດົ່ງ (ເກືອບ 5 ລ້ານ USD).
ປີນີ້, ລາຍການດັ່ງກ່າວລະດົມໄດ້ຈຳນວນເງິນກວ່າ 21 ຕື້ດົ່ງ (798.000 USD) ຈາກບັນດາສຳນັກງານ, ຫົວໜ່ວຍ, ວິສາຫະກິດ ແລະ ຜູ້ໃຈບຸນໃຈກຸສົນ, ແຜ່ກະຈາຍຈິດໃຈເມດຕາປານີ, ແບ່ງປັນກັບຊາວກະສິກອນຜູ້ປະສົບກັບຄວາມຫຍຸ້ງຍາກ.