ນະຄອນ ໂຮ່ຈີມິນ ແກ້ໄຂສຳເນົາເຂົ້າອອກເມືອງ 700 ສະບັບ/ວັນ

ນະຄອນ ໂຮ່ຈີມິນ ແກ້ໄຂສຳເນົາເຂົ້າອອກເມືອງ 700 ສະບັບ/ວັນ - ảnh 1
(ພາບປະກອບ/baotintuc.vn

 (vovworld) - ນະຄອນ ​ໂຮ່ຈີ​ມິນ ​ແກ້​ໄຂ​ສຳ​ເນົາ​ເຂົ້າ​-ອອກ​ເມືອງ 700 ສະບັບ/ວັນ. ​ເຖິງ​ວ່າ​ຄື​ແນວ​ນັ້ນ, ​ແຕ່​ນະຄອນ​ຍັງ​ຮັບປະກັນ​ຖືກ​ຕາມ​ຂໍ້​ກຳນົດ ​ແລະ ​ເວລາ​ບໍ່​ເກີນ 24 ຊົ່ວ​ໂມງ. ນັ້ນ​ແມ່ນ​ຂໍ້​ມູນ​ໃນ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປີ 2016 ຂອງ​ພະ​ແນ​ກພົວພັນ​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ​ເຊິ່ງຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ  27/12. ປີ 2016, ພະ​ແນ​ກພົວພັນ​ຕ່າງປະ​ເທດ​ນະຄອນ​ໄດ້​ຕ້ອນຮັບ​ແຂກ​ຕ່າງປະ​ເທດ ມານະ​ຄອນ ​ໂຮ່ຈີ​ມິນ 140 ຄະນະ, ​ແລະ ​ໄດ້​ມີການນຳ​ນະຄອນ​ 18 ຄະນະ​ໄດ້​ໄປ​ປະຕິບັດ​ງານ​ຢູ່​ຕ່າງປະ​ເທດ. ພະ​ແນ​ກພົວພັນ​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ຍັງ​ເປັນ​ເສນາ​ທິການ​ໃຫ້ການ​ນຳ​ນະຄອນ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກັບ​ຫຼາຍນະຄອນ​ເຊັ່ນ: ຊຽງ​ໄຮ້ (ຈີນ), ​ໂອ​ສະກາ (ຍີ່ປຸ່ນ), ບູຊາ​ນ ( ສ​ເກົາຫຼີ), ວຽງ​ຈັນ (ລາວ), ພະນົມ​ເປັນ (ກຳປູ​ເຈຍ). ນະຄອນ ​ໂຮ່ຈີ​ມິນ​ມີ 60 ກວ່າ​ອົງການ​ການ​ທູດ​ສາກົນ ​ແລະ ກວ່າ 40 ສະຫະ​ສະມາຄົມ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ພວມ​ເຄື່ອນ​ໄຫວ​ຢູ່​ທີ່​ນີ້. ປີ 2016, ທາງ​ນະຄອນ​ໄດ້​ຕ້ອນຮັບ​ແຂກ​ຕ່າງປະ​ເທດ 375 ຄະນະ​ທີ່ມາ​ຊອກ​ຫາ​ກາລະ​ໂອກາດ​ລົງທຶນ, ​ເພີ່ມ​ຂຶ້ນທົບ 3 ​ເທົ່າ​ເມື່ອ​ທຽບ​ໃສ່​ປີ​ກາຍ. ປະຈຸ​ບັນ​ມີ 79 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນພວມ​ລົງທຶນ​ຢູ່​ນະຄອນ ​ໂຮ່ຈີ​ມິນ. ບັນດາ​ການ​ເຄື່ອນ​ໄຫວ​ເຫຼົ່າ​ນັ້ນ​ຂອງ ພະ​ແນ​ກພົວພັນ​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​​ເພື່ອ ພັດທະນາ​ປະ​ເທດ​ຊາດ.

 

ຂ່າວ/ບົດ​ອື່ນ