ນະຄອນຫຼວງຂອງອາບການິດສະຖານຖືກປຸກໂຈມຕີດ້ວຍລູກຈະຫຼວດ

(VOVWORLD) -           ເຫດບຸກໂຈມຕີດ້ວຍລູກຈະຫຼວດ ຖືກເກີດຂຶ້ນໃນເວລາ 6 ໂມງເຊົ້າ (ຕາມເວລາທ້ອງຖິ່ນ), ເຮັດໃຫ້ທົ່ວເຂດມີຖານທີ່ໝັ້ນຂອງ NATO ກໍ່ຄືບັນດາສຳນັກງານຂອງບັນດາສະຖານທູດຕ່າງປະເທດຢູ່ໃກ້ໆນີ້ ຖືກຈັດຢູ່ໃນສະພາບເຕືອນໄພ.

ນະຄອນຫຼວງຂອງອາບການິດສະຖານຖືກປຸກໂຈມຕີດ້ວຍລູກຈະຫຼວດ - ảnh 1 ນະຄອນຫຼວງຂອງອາບການິດສະຖານຖືກປຸກໂຈມຕີດ້ວຍລູກຈະຫຼວດ

(ພາບ: THX/TTXVN)

ປະຈຸບັນ, ຍັງບໍ່ທັນມີຂໍ້ມູນກ່ຽວກັບຜູ້ຮັບບາດເຈັບ ແລະ ເສຍຊີວິດໃນເຫດບຸກໂຈມຕີດັ່ງກ່າວເທື່ອ. ນີ້ແມ່ນເຫດບຸກໂຈມຕີຄັ້ງທີ 3 ຢ່າງລຽນຕິດເຊິ່ງອາບການິດສະຖານ ຖືກເຄາະຮ້າຍນັບແຕ່ຕອນຄ່ຳວັນທີ 20 ຕຸລາ. ກ່ອນໜ້ານັ້ນ, ໄດ້ເກີດເຫດບຸກໂຈມຕີ 2 ຄັ້ງ ຢູ່ ທາງທິດຕາເວັນຕົກ Kabul ແລະ ຢູ່ແຂວງ Ghor, ທາງພາກກາງອາບການິດສະຖານ, ເຮັດໃຫ້ກວ່າ 72 ຄົນເສຍຊີວິດ ແລະ ປະມານ 100 ຄົນຮັບບາດເຈັບ. ປະຈຸບັນ, ອົງການ IS ໄດ້ຍອມຮັບດຳເນີນເຫດບຸກໂຈມຕີຢູ່ທາງທິດຕາເວັນຕົກ Kabul.

        ຕໍ່ໜ້າບັນດາເຫດການດັ່ງກ່າວ, ທ່ານປະທານາທິບໍດີອາບການິດສະຖານ Mohammad Ashraf Ghani ກ່າວເຕືອນວ່າ, ບັນດາພວກກໍ່ການຮ້າຍທີ່ພວມເຄື່ອນໄຫວຢູ່ປະເທດນີ້ຕ້ອງຍອມຈຳນົນ ຖ້າບໍ່ດັ່ງນັ້ນຈະຖືກດັບສູນ.

ຕອບກັບ

ຂ່າວ/ບົດ​ອື່ນ