ນະຄອນຫຼາຍແຫ່ງຂອງຈີນ ໄດ້ໂຍະຍານຂໍ້ກຳນົດກ່ຽວກັບການກວດໂຄວິດ -19

(VOVWORLD) - ຢູ່ນະຄອນຫຼວງ ປັກກິ່ງ, ບັນດາຜູ້ນຳໃຊ້ຍານພາຫະນະສາທາລະນະບໍ່ຕ້ອງການມີໃບຢັ້ງຢືນກວດໂຄວິດ -19 ໃນເວລາ 48 ຊົ່ວໂມງ.
ນະຄອນຫຼາຍແຫ່ງຂອງຈີນ ໄດ້ໂຍະຍານຂໍ້ກຳນົດກ່ຽວກັບການກວດໂຄວິດ -19 - ảnh 1ພາບປະກອບ

ວັນທີ 5 ທັນວາ, ວິສາຫະກິດ ຫຼາຍແຫ່ງຢູ່ ຈີນ ໄດ້ເປີດປະຕູຄືນໃໝ່ ໃນຂະນະທີ່ຄວາມຮຽກຮ້ອງກ່ຽວກັບການກວດ ໂຄວິດ - 19 ກໍ່ໄດ້ໂຍະຍານຢູ່ ປັກກິ່ງ ແລະ ນະຄອນອື່ນອີກຈຳນວນໜຶ່ງ.

        ຢູ່ນະຄອນຫຼວງ ປັກກິ່ງ, ບັນດາຜູ້ນຳໃຊ້ຍານພາຫະນະສາທາລະນະບໍ່ຕ້ອງການມີໃບຢັ້ງຢືນກວດໂຄວິດ -19 ໃນເວລາ 48 ຊົ່ວໂມງ. ຂໍ້ກຳນົດທີ່ຄ້າຍຄືກັນກໍ່່ໄດ້ນຳໃຊ້ຢູ່ສູນການເງິນ ຊຽງໄຮ່ ພາຍຫຼັງການປິດເມືອງທີ່ແກ່ຍາວເປັນເວລາ 2 ເດືອນໃນປີນີ້ ແລະ ປະຊາຊົນອາດສາມາດອອກໄປຍັງບັນດາເຂດສາທາລະນະຢູ່ກາງແຈ້ງ…

        ຄະນະກຳມະການສາທາລະນະສຸກແຫ່ງຊາດ ຈີນ ໃຫ້ຮູ້ວ່າ: ປະເທດນີ້ໄດ້ປະກາດວ່າມີກ່ວາ 29.700 ກໍລະນີຕິດເຊື້ອໂຄວິດ - 19 ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ