ນະຄອນໂຮ່ຈິມິນ ເປີດສາກຂະບວນການມອດໄຟ 1 ຊົ່ງໂມງເພື່ອໜ່ວຍໂລກ 2013

ນະຄອນໂຮ່ຈິມິນ ເປີດສາກຂະບວນການມອດໄຟ 1 ຊົ່ງໂມງເພື່ອໜ່ວຍໂລກ 2013 - ảnh 1
(ພາບປະກອບ)
(vovworld) -     ວັນທີ 03/03, ພະ​ແນກຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ຈັດ​ພິທີຕອບສະ​ໜອງ​ຂະ​ບວນການ​ມອດ​ໄຟເພື່ອ​ໜ່ວຍໂລກ 2013 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ອາສາ​ສະມັກ 1.500 ຄົນ, ​​​ເພື່ອ​ເປັນ​ການເປີດ​ສາກ​ໃຫ້​ແກ່​ບັນດາການ​​ເຄື່ອນ​ໄຫວ​ປະຊາ​ຄົມ​ທີ່​ຟົດ​ຟື້ນ​ໃນ​ເດືອນ 3/2013. ຂະ​ບວນການ​ດັ່ງກ່າວ​ໃນ​ປີ 2013 ນີ້ໄດ້ເນັ້ນ​ໜັກ​ເຖິງ​ການກະທຳ​ທີ່​ວ່າ “ບໍ່​ພຽງ​ແຕ່​ມອດ​ໄຟ 1 ຊົ່ງ​ໂມງ​ເທົ່າ​ນັ້ນ”. ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ​ແຕ່​ນີ້​​ເຖິງ​ຄໍ່າ​ຄືນ​ວັນ​ທີ 23/03, ຢູ່​ນະຄອນ​ໂຮ່ຈິ​ມິນ ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຄື “ຖີບ​ລົດຖີບ​ໄປ​ໂຄສະນາ”, “20 ວິນາ​ທີມອດ​ໄຟ​ເພື່ອ​ໜ່ວຍ​ໂລກ”, “ຄຸ້ມຖະໜົນ​ໃຊ້ພະລັງງານ​ຂຽວ” (ຂົນຂວາຍ​ການ​ປະຢັດ​ໄຟຟ້າ, ປ່ຽນ​ດອກ​ໄຟ compact, ສົ່ງ​ເສີມ​ການ​ນຳ​ໃຊ້​ພະລັງງານ​ຂຽວ ​ແລະ ນຳ​ໃຊ້​ບັນດາ​ຮູບ​ແບບດຳລົງ​ຊີວິດ​ຂຽວ).
ຂ່າວ/ບົດ​ອື່ນ