ນະຄອນໂຮ່ຈິມິນ ແລະ ຍີປຸ່ນຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ

    ນະຄອນໂຮ່ຈິມິນ ແລະ ຍີປຸ່ນຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ - ảnh 1
ທ່ານ​ເລ​ຮ່​ວາງກວນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ ແລະ ທ່ານ​ຮອງ​ເຈົ້າ​ຄອງ​ນະ​ຄອນ ໂອ​ຊາ​ກາ ຂອງ​ຍີ​ປຸນ

 
(vovworld)- ຕອນ​ບ່າຍ​ວັນ​ທີ 13/11, ທ່ານ​ເລ​ຮ່​ວາງກວນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ​ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Tanaka Kazunori ສະ​ມາ​ຊິກ​ສະ​ພາ​ຕ່ຳ, ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສາ​ກົນ - ພັກ​ປະ​ຊາ​ທິ​ປະ​ໄຕ​ເສ​ລີ​ຍີ​ປຸ່ນ LDP ພ້ອມ​ດ້ວຍ​ຄະ​ນະ ຊຶ່ງ​ພວມ​ເຄື່ອນ​ໄຫວ​ຢ້ຽມ​ຢາມ​ຫວຽດ​ນາມ ແລະ ເຂົ້າ​ຮ່ວມ​ງານ​ບຸນ​ຍີ​ປຸ່ນ​ຢູ່​ຫວຽດ​ນາມ​ຄັ້ງ​ທີ 3. ທີ່​ການ​ຕ້ອນ​ຮັບ, ທ່ານ​ເລ​ຮ່​ວາງກວນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມິນ​ ຫວັງ​ວ່າ ດ້ວຍ​ບົດ​ບາດ​ຂອງ​ຕົນ, ທ່ານ Tanaka Kazunori ສະ​ມາ​ຊິກ​ສະ​ພາ​ຕ່ຳ, ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສາ​ກົນ - ພັກ​ປະ​ຊາ​ທິ​ປະ​ໄຕ​ເສ​ລີ​ຍີ​ປຸ່ນ LDP ສືບ​ຕໍ່​ສົ່ງ​ເສີມ ແລະ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ.

    ສ່​ວນ ທ່ານ Tanaka Kazunori ສະ​ມາ​ຊິກ​ສະ​ພາ​ຕ່ຳ, ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສາ​ກົນ - ພັກ​ປະ​ຊາ​ທິ​ປະ​ໄຕ​ເສ​ລີ​ຍີ​ປຸ່ນ LDP ຖື​ວ່າ ສາຍ​ພົວ​ພ​ັນ​ລະ​ຫວ​່າງ​ຫວຽດ​ນາມ - ຍີ​ປຸ່ນ​ພວມ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ ແລະ ຟົດ​ຟື້ນ. ທ່ານ​ປາດ​ຖະ​ໜາ​ວ່າ 2 ຝ່າຍ​ຈະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຄື : ການ​ເມືອງ, ເສດ​ຖະ​ກິດ…

ຂ່າວ/ບົດ​ອື່ນ