ນະ​ຄອ​ນ​ໂຮ່​ຈີ​ມິນ ແລະ ແຂວງ​ຈຳ​ປາ​ສັກ (ລາວ) ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ມິດ​ຕະ​ພາບ

(VOVWORLD) -ຕາມບົດບັນທຶກຊ່ວຍຈຳ, ນະຄອນໂຮ່ຈີມິນ ແລະ ແຂວງຈຳປາສັກ ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນປະສົບການລະຫວ່າງບັນດາພະແນກ, ຂະແໜງການ, ຄະນະ, ເພີ່ມທະວີການພົບປະ, ແລກປ່ຽນບົດຮຽນປະສົບການໃນການຄຸ້ມຄອງ, ຮ່ວມມືດ້ານຊາວໜຸ່ມ, ອະນຸລັກຮັກສາມໍລະດົກວັດທະນະທຳ
ນະ​ຄອ​ນ​ໂຮ່​ຈີ​ມິນ ແລະ ແຂວງ​ຈຳ​ປາ​ສັກ (ລາວ) ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ມິດ​ຕະ​ພາບ - ảnh 1ການເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)

ຕອນບ່າຍວັນທີ 4 ທັນວາ, ໃນຂອບເຂດເຫດການ ໂອ້ລົມສົນທະນາມິດຕະພາບ ນະຄອນໂຮ່ຈີມິນ ຄັ້ງທີ 1 ປີ 2022, ທ່ານປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານ ວິໄລວົງ  ບຸດດາຄໍາ ເລຂາທິການ - ເຈົ້າແຂວງ ແຂວງຈຳປາສັກ, ລາວ ແລະ ພ້ອມກັນລົງນານບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງ ນະຄອນໂຮ່ຈີມິນ ແລະ ອຳນາດການປົກຄອງແຂວງ ຈຳປາສັກ ໄລຍະ 2022 – 2025.

ຕາມບົດບັນທຶກຊ່ວຍຈຳ, ນະຄອນໂຮ່ຈີມິນ ແລະ ແຂວງຈຳປາສັກ ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນປະສົບການລະຫວ່າງບັນດາພະແນກ, ຂະແໜງການ, ຄະນະ, ເພີ່ມທະວີການພົບປະ, ແລກປ່ຽນບົດຮຽນປະສົບການໃນການຄຸ້ມຄອງ, ຮ່ວມມືດ້ານຊາວໜຸ່ມ, ອະນຸລັກຮັກສາມໍລະດົກວັດທະນະທຳ, ກິລາ...ສອງທ້ອງຖິ່ນກໍ່ຈະສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມທາງການຄ້າ - ການລົງທຶນ ແລະ ເຊື່ອມຕໍ່ວິສາຫະກິດ, ສົ່ງເສີມວິສາຫະກິດສອງປະເທດ ຮ່ວມມືກັນ ມຸ່ງໄປເຖິງການເປີດສູນການຄ້າ ຈຳປາສັກ - ນະຄອນໂຮ່ຈີມິນ ຢູ່ ຈຳປາສັກ...

ຕອບກັບ

ຂ່າວ/ບົດ​ອື່ນ