ນະຄອນໂຮ່ຈິມີນຈັດຕັ້ງການພົບປະສັງສັນກັບຊາວຫວຽດນາມອາໄສຢູ່ຕ່າງປະເທດເນື່ອງໃນໂອກາດບຸນເຕັດປີຈໍ2018

(VOVWORLD) -ວັນທີ 6 ກຸມພາ, ເຂົ້າຮ່ວມລາຍການພົບປະສັງສັນກັບຊາວຫວຽດນາມອາໄສຢູ່ຕ່າງປະເທດເນື່ອງໃນໂອກາດບຸນເຕັດປີຈໍ 2018 ຈັດຂຶ້ນຢູ່ນະຄອນ ໂຮ່ຈິມີນ ມີຊາວຫວຽດນາມກວ່າ 800 ຄົນ ອາໄສຢູ່ 25 ປະເທດ ແລະ ເຂດແຄ້ວນ ໃນໂລກ ຫາກໍ່ກັບຄືນເມືອປະເທດຕ້ອນຮັບບຸນປີໃຫມ່ປະຈຳຊາດ.
ນະຄອນໂຮ່ຈິມີນຈັດຕັ້ງການພົບປະສັງສັນກັບຊາວຫວຽດນາມອາໄສຢູ່ຕ່າງປະເທດເນື່ອງໃນໂອກາດບຸນເຕັດປີຈໍ2018 - ảnh 1 ນະຄອນໂຮ່ຈິມີນຈັດຕັ້ງການພົບປະສັງສັນກັບຊາວຫວຽດນາມອາໄສຢູ່ຕ່າງປະເທດເນື່ອງໃນໂອກາດບຸນເຕັດປີຈໍ2018

ນະທີ່ນີ້ ທ່ານ ຫງວຽນແທ່ງຟອງ, ປະທານ ຄະນະກຳມະການປະຊາຊົນນະຄອນ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາຜົນງານດ້ານເສດຖະກິດ ສັງຄົມ ໃນວິວັດການເຊື່ອມໂຍງ ແລະ ພັດທະນາ ຊື່ງນະຄອນ ໂຮ່ຈິມີນ ບັນລຸໄດ້ໃນປີຜ່ານມາ ໃນນັ້ນຮັບຮູ້ບັນດາການປະກອບສ່ວນຢ່າງຕັ້ງຫນ້າຂອງຊາວຫວຽດນາມ ຢູ່ພາຍໃນປະເທດ ແລະ  ອາໄສຢູ່ຕ່າງປະເທດ. ກ້າວເຂົ້າສູ່ປີໃຫມ່, ນະຄອນ ຈະຕັ້ງຫນ້າຜັນຂະຫຍາຍ, ນຳໃຊ້ບັນດາກົນໄກເປັນພິເສດສະເພາະ ເພື່ອສ້າງກຳລັງຫນູນພັດທະນາກະໂດດຂັ້ນ, ນຳນະຄອນໂຮ່ຈິມີນ ໃຫ້ນັບມື້ນັບພັດທະນາ, ມີທີ່ຕັ້ງເໝາະສົມກັບບັນດາປະເທດໃນພາກພື້ນ. ການນຳນະຄອນ ປາດຖະຫນາຢາກຮັບຟັງຄວາມມຸ້ງມາດປາດຖະຫນາ, ການປະກອບຄຳຄິດຄຳເຫັນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອກໍ່ສ້າງນະຄອນໂຮ່ຈິມີນໃຫ້ມີຊີວິດສິວິໄລ, ທັນສະໄຫມ, ໄມຕິຈິດ. 

ຕອບກັບ

ຂ່າວ/ບົດ​ອື່ນ