ນະຄອນໂຮ່ຈີມິນຊ່ວຍເຫຼືອວິສາຫະກິດທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ໄລຍະທີ 2
(VOVWORLD) -ດ້ວຍອັດຕາດອກເບ້ຍໜູນຊ່ວຍ 8,5%, ຄາດວ່າ ນັບແຕ່ນີ້ຮອດທ້າຍປີ 2020, ທາງນະຄອນຈະໜູນຊ່ວຍຈຳນວນເງິນ 111 ຕື້ ດົ່ງ ສຳລັບຈຸນລະວິສາຫະກິດ.
ຖະໜົົນ ຫງວຽນເຫວ້, ນະຄອນໂຮ່ຈີມິນ (ພາບ: TTXVN) |
ຕອນບ່າຍວັນທີ 24 ສິງຫາ, ໃນກອງປະຊຸມຄະນະຊີ້ນຳກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ນະຄອນໂຮ່ຈີມິນ, ການນຳນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ໄດ້ກວດກາຄືນບັນດາວິສາຫະກິດທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ແລະ ບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງພວມໄຈ້ແຍກເພື່ອວາງອອກແຜນລະອຽດໜູນຊ່ວຍໃຫ້ແກ່ວິສາຫະກິດໃນໄລຍະທີ 2. ທ່ານ ເຈິ່ນແອັງຕວ໊ນ, ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ແບບວິທີໜູນຊ່ວຍໃນໄລຍະທີ 2 ໃຫ້ແກ່ວິສາຫະກິດ ແມ່ນຈະຄິດໄລ່ເຖິງການສ້າງເງື່ອນໄຂໃຫ້ບັນດາວິສາຫະກິດກູ້ຢືມເງິນທຶນ ເພື່ອຕື່ມໃສ່ແຫຼ່ງທຶນໝູນວຽນ ດ້ວຍອັດຕາດອກເບ້ຍ 8,5% ຕໍ່ປີ ຍ້ອນມີການໜູນຊ່ວຍຈາກງົບປະມານຂອງນະຄອນ.
“ດ້ວຍອັດຕາດອກເບ້ຍໜູນຊ່ວຍ 8,5%, ຄາດວ່າ ນັບແຕ່ນີ້ຮອດທ້າຍປີ 2020, ທາງນະຄອນຈະໜູນຊ່ວຍຈຳນວນເງິນ 111 ຕື້ ດົ່ງ ສຳລັບຈຸນລະວິສາຫະກິດ. ສຳລັບວິສາຫະກິດຂະໜາດນ້ອຍ, ງົບປະມານໜູນຊ່ວຍອັດຕາດອກເບ້ຍ ເຊິ່ງບັນດາວິສາຫະກິດນີ້ກູ້ຢືມຈາກບັນດາອົງການສິນເຊື່ອຜ່ານບັນດາທະນາຄານນະໂຍບາຍສັງຄົມ ແມ່ນປະມານ 243 ຕື້ ດົ່ງ”.