ນະຄອນໂຮ່ຈີມິນຕ້ອງການກຳລັງແຮງງານເຖິງ 300.000 ຄົນໃນປີ 2021

(VOVWORLD) -ຄາດວ່າ, ໃນປີ 2021 ຄວາມຕ້ອງການດ້ານກຳລັງແຮງງານເຮັດວຽກໃໝ່ຂອງນະຄອນໂຮ່ຈີມິນແມ່ນຈາກ 270.000 – 300.000 ຄົນ

ໃນນັ້ນມີບ່ອນເຮັດວຽກໃໝ່ປະມານ 140.000 ບ່ອນ.ຄວາມຕ້ອງການດ້ານກຳລັງແຮງງານໄດ້ສຸມໃສ່ຂະແໜງຕ່າງໆດັ່ງນີ້: ດຳເນີນທຸລະກິດ, ການຄ້າ (ກວມເອົາ 20,16% ຍອດຄວາມຕ້ອງການ); ເອເລັກໂຕນິກ, ເຕັກໂນໂລຊີຂໍ້ມູນຂ່າວສານ(ກວມເອົາ10,96%); ການບໍລິການ, ຮັບໃຊ້ (ກວມເອົາ 7,25%); ກົນຈັກ, ຫັນເປັນອັດຕະໂນມັດ (ກວມເອົາ 5,60%), ຕໍ່ຈາກນັ້ນແມ່ນຂະແໜງຂົນສົ່ງ, ສາງ, ການບໍລິການທ່າກ່ຳປັ່ນ, ສຸຂາພິບານ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ…

ຕອບກັບ

ຂ່າວ/ບົດ​ອື່ນ