ນະຄອນໂຮ່ຈິມີນປາດຖະຫນາຢາກ ເຂດWallonieຫນູນຊ່ວຍພັດທະນາໃນຂົງເຂດທ່າກຳປັ່ນ

ນະຄອນໂຮ່ຈິມີນປາດຖະຫນາຢາກ     ເຂດWallonieຫນູນຊ່ວຍພັດທະນາໃນຂົງເຂດທ່າກຳປັ່ນ - ảnh 1
ທ່ານ​ເລ​ຮົ່ງກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມີນ ​ໄດ້​ຕ້ອນຮັບ​ທ່ານ Rudy Demotte, ​ຜູ້​ວ່າການ​ເຂດ Wallonie
ພາບ:internet

(vovworld) -  ຕອນ​ບ່າຍ​ວັນ​ທີ 12/4, ທ່ານ​ເລ​ຮົ່ງກວນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມີນ ​ໄດ້​ຕ້ອນຮັບ​ທ່ານ Rudy Demotte, ​ຜູ້​ວ່າການ​ເຂດ Wallonie ລາຊະ​ອານາຈັກ​ແບນ​ຊິກ ພວມ​ຢ້ຽມຢາມ​ແລະ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ເລ​ຮົ່ງກວນ​ ​ເນັ້ນ​ຫນັກ​ວ່າ: ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລະຫວ່າງ​ນະຄອນ​ໂຮ່ຈິ​ມີນ ​ແລະ ​ເຂດ Wallonie ​ແມ່ນ​ໃຫຍ່​ຫລວງ, ​ໃນ​ໄລຍະ​ຈະ​ມາ​ເຖິງ​ສອງ​ຝ່າຍ​ຄວນ​ຊຸກຍູ້, ​ເພີ່​ມທະວີ​ການ​ຮ່ວມ​ມື​ໃນ​ຫລາຍ​ຂົ​ງ​ເຂດ​ຄື: ​ເສດຖະກິດ, ວັດທະນະທຳ, ວິທະຍາສາດ, ສິລະ​ປະ, ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ເຂດ​ຕົວ​ເມືອງ, ​ເປັນ​ຕົ້ນ ​ເຂດ Wallonie ຫນູນ​ຊ່ວຍ​ນະຄອນ​ໂຮ່ຈິ​ມີນ​ໃນ​ວຽກ​ງານ​ຄຸ້ມ​ຄອງ, ພັດທະນາ​ທ່າ​ກຳ​ປັ່ນ. ທ່ານ Rudy Demotte ​ໃຫ້​ຮູ້​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ​ຝ່າຍ​ແບນ​ຊິກ​ຈະ​ມີ​ 28 ​ໂຄງການ​ຫນູນ​ຊ່ວຍ​ດ້ານ​ເຕັກນິກ, ຊ່ວຍ​ເຫລືອ​ໃຫ້​ແກ່​ຫວຽດນາມ, ຊອກ​ຫາ​ບັນດາ​ຮູບ​ການ,​ມາດ​ຕະການ​ເພື່ອ​ເສີມ​ຂະຫຍາຍ 28 ​ໂຄງການ​ດັ່ງກ່າວ​ຢ່າງ​ມີ​ປະສິດທິ​ຜົນ. ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລກປ່ຽນ​ເພື່ອ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ, ການ​ລົງທຶນ​ໃນ​ອະນາຄົດ​ໃຫ້​ດີ​ກວ່າ​.

 

ຂ່າວ/ບົດ​ອື່ນ