ນະຄອນໂຮ່ຈິມິນຜັນຂະຫຍາຍຂໍ້ລິເລີ່ມຂອງຊາວຫວຽດນາມຢູ່ຕ່າງປະເທດ
ທ່ານ ເຈີນຮ່ວາເຟືອງ ຮອງຫົວໜ້າຄະນະກຳມະການກ່ຽວກັບ ຊາວຫວຽດນາມຢູ່ຕ່າງປະເທດນະຄອນໂຮ່ຈິມິນ |
(vovworld)- ໂດຍສືບຕໍ່ຍູ້ແຮງການປະຕິບັດວຽກງານສຳລັບ ຊາວຫວຽດນາມຢູ່ຕ່າງປະເທດໃນສະພາບການໃໝ່ ແລະ ຜັນຂະຫຍາຍປະຕິບັດບັນດາຂໍ້ລິເລີ່ມປະກອບສ່ວນໃຫ້ແກ່ປະເທດຊາດຂອງຊາວຫວຽດນາມຢູ່ຕ່າງປະເທດ. ນັ້ນແມ່ນບາງໜ້າທີ່ຈຸດສຸມໂດຍນະຄອນໂຮ່ຈິມິນວາງອອກທີ່ກອງປະຊຸມຜັນຂະຫຍາຍວຽກງານສຳລັບຊາວຫວຽດນາມຢູ່ຕ່າງປະເທດປີ 2017 ທີ່ໄຂຂຶ້ນໃນຕອນເຊົ້າວັນທີ 22/2. ກ່ຽວກັບການຜັນຂະຫຍາຍປະຕິບັດບັນດາ ຂໍ້ລິເລີ່ມປະກອບສ່ວນໃຫ້ແກ່ປະເທດຊາດຂອງຊາວຫວຽດນາມຢູ່ຕ່າງປະເທດ, ທ່ານ ເຈີນຮ່ວາເຟືອງ ຮອງຫົວໜ້າຄະນະກຳມະການກ່ຽວກັບ ຊາວຫວຽດນາມຢູ່ຕ່າງປະເທດນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າພວມສົມທົບກັບບັນດາພະແນກ, ຂະແໜງການ, ຫົວໜ໋ວຍຕ່າງໆທີ່ກ່ຽວຂ້ອງ ຊຸກຍູ້ເສີມຂະຫຍາຍໝາກຜົນອັນດີງາມໂດຍນັກປັນຍາຊົນ, ນັກທຸລະກິດ, ຜູ້ເຮັດວຽກງານສັງຄົມຊາວຫວຽດນາມຢູ່ຕ່າງປະເທດໄດ້ປະກອບສ່ວນໃຫ້ການນຳນະຄອນ ບັນດາຂໍ້ລິເລີ່ມສ້າງນະຄອນໃຫ້ດີກວ່າເກົ່າ. ນີ້ແມ່ນຈຸດສຸມທີ່ຄະນະກຳມະການກ່ຽວກັບ ຊາວຫວຽດນາມຢູ່ຕ່າງປະເທດຍູ້ແຮງ ແລະ ເພີ່ມທະວີການສ້າງສາ ແລະ ພັດນະນານະຄອນ ”