ນະຄອນໂຮ່ຈິມິນສະໜັບສະໜູນ ຊາວປະມົງ Truong Sa

ນະຄອນໂຮ່ຈິມິນສະໜັບສະໜູນ ຊາວປະມົງ Truong Sa  - ảnh 1

(ພາບ:baobinhduong.org.vn)​

( vovworld ) – ຕອນ​ຄ່ຳ​ວັນ​ທີ 15/7, ຢູ່​ນະຄອນ​ໂຮ່ຈິ​ມິນ, ສະຫະພັນ​ໃຫ່ຍ​ແຮງ​ງານ​ຫວຽດນາມ ​ໄດ້​ຈັດ​ພິທີ​ປຸກລະດົມ “ບັ້ນຂົນຂວາຍສະໜັບສະໜູນ​ຊາວ​ປະມົງ Hoang Sa, Truong Sa“. ທ່ານ Dang Ngoc Tung ປະທານສະຫະພັນ​ໃຫ່ຍ​ແຮງ​ງານ​ຫວຽດນາມ ​ໃຫ້​ຮູ້​ວ່າ:  “​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້, ຊາວ​ປະມົງ​ຫວຽດນາມ ​ເຄີຍ​ປະສົບກັບ​ໄພ​ທຳ​ມະ​ຊາດ, ກຳ​ປັ່ນ​ຖືກ​ຈົມ​ນ້ຳ, ມີ​ຫຼາ​ຍ ຄອບຄົວ​ຖືກ​ພັດ​ພາກ​ຈາກ​ກັນ. ​ເພື່ອ​ປະກອບສ່ວນ​ແບ່ງປັນ​ບັນດາ​ຄວາມ​ຫຍຸ້ງ​ຍາກ​ດັ່ງກ່າວ, ສະມາຊິກ​ກຳມະບານຫວຽດນາມ 7 ລ້ານ​ຄົນຈະ​ແມ່ນ​ບ່ອນ​ອີງ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ຊາວ​ປະມົງ. ທັງ​ຊາດ​ຫວຽດນາມ ຈົ່ງ​​ເປັ່ນບ່ອນ​ອີງ​ໃຫ້​ຊາວ​ປະມົງ​ຫວຽດນາມ ​ເພື່ອ​ໃຫ້​ເຂົາ​ເຈົ້າສາມາດ​ອອກ​ສູ່​ທະ​ເລ Hoang Sa, Truong Sa, ຮັກສາ​ອະທິປະ​ໄຕ​ເຂດ​ໝູ່​ເກາະ​ທະ​ເລ​ທີ່​ສັກກະລະ​ບູຊາຂອງ​ປະ​ເທ​ດຊາ​ດ“.

​​​​

 

ຂ່າວ/ບົດ​ອື່ນ