ນະຄອນໂຮ່ຈີມິນໜູນຊ່ວຍການພັດທະນາລະບົບຊີວະພາບ startup ປ່ຽນແປງໃໝ່ປະດິດຄິດສ້າງທຽບເທົ່າກັບພາກພື້ນ

(VOVWORLD) -ແຜນຮ່າງມຸ່ງໄປເຖິງເປົ້າໝາຍໜູນຊ່ວຍການພັດທະນາລະບົບຊີວະພາບ startup ປ່ຽນແປງໃໝ່ປະດິດຄິດສ້າງຂອງນະຄອນໂຮ່ຈີມິນ ໃຫ້ທຽບເທົ່າກັບພາກພື້ນ
ນະຄອນໂຮ່ຈີມິນໜູນຊ່ວຍການພັດທະນາລະບົບຊີວະພາບ startup ປ່ຽນແປງໃໝ່ປະດິດຄິດສ້າງທຽບເທົ່າກັບພາກພື້ນ - ảnh 1(ພາບປະກອບ: baotintuc.vn)

ຄະນະກຳມະການປະຊາຊົນນະຄອນ ໂຈ່ຈີມິນ ຫາກໍ່ປະກາດແຜນຮ່າງໜູນຊ່ວຍພັດທະນາລະບົບຊີວະພາບ startup ປ່ຽນແປງໃໝ່ປະດິດຄິດສ້າງໄລຍະ 2021 – 2025, ດ້ວຍເປົ້າໝາຍພັດທະນາ 1.000 ໂຄງການ startup ປ່ຽນແປງໃໝ່ປະດິດຄິດສ້າງ. ແຜນຮ່າງມຸ່ງໄປເຖິງເປົ້າໝາຍໜູນຊ່ວຍການພັດທະນາລະບົບຊີວະພາບ startup ປ່ຽນແປງໃໝ່ປະດິດຄິດສ້າງຂອງນະຄອນໂຮ່ຈີມິນ ໃຫ້ທຽບເທົ່າກັບພາກພື້ນ, ກາຍເປັນພື້ນຖານໝັ້ນຄົງໜູນຊ່ວຍໃຫ້ແກ່ການເຄື່ອນໄຫວປະດິດຄິດສ້າງ, ຍົກສູງສະມັດຕະພາບຄຸນນະພາບ, ກຳລັງແກ່ງແຍ້ງຂອງວິສາຫະກິດ… ເທື່ອລະກ້າວ. ແຜນຮ່າງດັ່ງກ່າວໄດ້ວາງອອກບາງຄາດໝາຍລະອຽດຮອດປີ 2025 ຄື: ໜູນຊ່ວຍຍົກສູງກຳລັງຄວາມສາມາດປ່ຽນແປງໃໝ່ປະດິດຄິດສ້າງໃຫ້ແກ່ວິສາຫະກິດ 3.000 ແຫ່ງ; ເສີມສ້າງ, ພັດທະນາໂຄງການ startup ປ່ຽນແປງໃໝ່ປະດິດຄິດສ້າງ 1.000 ແຫ່ງ; ພັດທະນາວິສາຫະກິດ startup ປ່ຽນແປງໃໝ່ປະດິດຄິດສ້າງທີ່ມີແຫຼ່ງທຶນມີຄວາມສ່ຽງ 100 ແຫ່ງ…

ຕອບກັບ

ຂ່າວ/ບົດ​ອື່ນ