ນະໂຍບາຍຂອງຫວຽດນາມໄດ້ໄວກ່ວາ,ມີປະສິດທິຜົນກ່ວາ

ນະໂຍບາຍຂອງຫວຽດນາມໄດ້ໄວກ່ວາ,ມີປະສິດທິຜົນກ່ວາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເປັນ​ປະທານ​ກອງ​
ປະຊຸມ​ສະ​ໄມ​ສາມັນປະຈຳ​ເດືອນ 12 ຂອງ​ລັດຖະບານ
(ພາບ: VGP)

(vovworld) – ​ ຕອນ​ບ່າຍ​ວັນ​ທີ 29/12 ຢູ່​ສຳນັກງານ​ລັດຖະບານ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເປັນ​ປະທານ​ກອງ​ປະຊຸມ​ສະ​ໄມ​ສາມັນປະຈຳ​ເດືອນ 12 ຂອງ​ລັດຖະບານ. ກອງປະຊຸມ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ຮ່າງ​ບົດລາຍ​ງານ​ວຽກ​ງານ​ອາຍຸ​ການ 2011 – 2016 ຂອງ​ລັດຖະບານ, ນາຍົກລັດຖະມົນຕີ; ລາຍ​ງານ​ສະພາບ​ການ​ປະຕິບັດ​ໂຄງການສ້າງ​ກົດໝາຍ, ລັດຖະບັນຍັດ ​ແລະ ປະກາດ​ໃຊ້​ເອກະສານ​ກຳນົດ​ລະອຽດ​ການ​ປະຕິບັດ​ກົດໝາຍ​, ລັດຖະບັນຍັດ​ປີ 2015 ​ແລະ ໜ້າ​ທີ່​ຂອງປີ 2016…​ແລະ ບາງ​ບັນຫາ​ສຳຄັນ​ອື່ນໆ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເນັ້ນ​ໜັກ​ວ່າ: ອາຍຸ​ການ​ຜ່ານ​ມາ ຜົນ​ສັກສິດ, ປະສິດທິ​ຜົນກາ​ນຄຸ້ມ​ຄອງ​, ​ຊີ້ນ​ຳ, ​ບໍລິຫານ​ຂອງ​ລັດຖະບານ ​ໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ມີ​ປະຕິກິລິຍາ​ດ້ານນະ​ໂຍບາຍຢ່າງມີໄຫວ​ພິບ ​ແລະ ທັນ​ການ​ຕໍ່​ບັນດາ​ການ​ຜັນ​ແປຢ່າງສັບສົນ ​ແລະ ຜິດ​ປົກກະຕິ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ຖື​ວ່າ:

        “ປະຕິກິລິຍາ​ດ້ານນະ​ໂຍບາຍ​ຂອງ ຫວຽດນາມ ດີ​ກ່ວາ, ​ໄວ​ກ່ວາ, ທັນ​ການ​ກ່ວາ, ມີປະສິດທິ​ຜົນ​ກ່ວາ, ​ເລິກ​ເຊິ່ງ​ໃກ້​ຊິດ​ກ່ວາ. ບໍ່​ພຽງ​ແຕ່​ສຳລັບບັນດາການ​ຫັນປ່ຽນຂອງ​ໂລກ​ເທົ່າ​ນັ້ນ ຫາກ​ຍັງສຳລັບ​ສະພາບ​ການ​ຢູ່ພາຍ​ໃນ​ປະ​ເທດອີກ​ດ້ວຍ. ​ເມື່ອ​ເກີດ​ສະພາບ​ການ​ໃດໆ ຈາກ​ໄພ​ທຳ​ມະ​ຊາດ, ​ໂລກລະບາດ, ຕະຫລອດ​ຮອດ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນທີ່​ເຄັ່ງຮ້ອນ​ຂອງ​ປະຊາຊົນນັ້ນ, ບັນດາ​ການ​ນຳ​ຄື ລັດຖະບານ, ນາຍົກລັດຖະມົນຕີ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ ຕ້ອງແກ້​ໄຂ, ຊີ້​ນຳ​ຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ