ນາງງາມ 45 ຄົນເຂົ້າຮອບຮອງຊະນະເລີດແລະຮອບຊິງຊະນະເລີດງານປະກວດນາງງາມຫວຽດນາມ 2019

(VOVWORLD) -ງານປະກວດຮອບຮອງຊະນະເລີດ, ຮອບຊິງຊະນະເລີດ ແນະນຳກ່ຽວກັບມົງກຸດທີ່ມີຊື່ວ່າ Brave Heart (ຫົວໃຈແຫ່ງຄວາມເກັ່ງກ້າ) ເຊິ່ງຈະປະດັບໃຫ້ນາງງາມຄົນໃໝ່.

ນາງງາມ 45 ຄົນເຂົ້າຮອບຮອງຊະນະເລີດແລະຮອບຊິງຊະນະເລີດງານປະກວດນາງງາມຫວຽດນາມ 2019 - ảnh 1  ງານປະກວດນາງງາມຫວຽດນາມ 2019 ມີຂອບຂະໜາດທົ່ວປະເທດ

(ພາບ: baovanhoa.vn)

ຕອນບ່າຍວັນທີ 01 ທັນວາ, ຢູ່ນະຄອນ ຍາຈາງ, ແຂວງແຄ໊ງຮ່ວາ, ຄະນະຈັດຕັ້ງງານປະກວດນາງງາມຫວຽດນາມ 2019 ໄດ້ຈັດກອງປະຊຸມຂ່າວປະກາດບາງເນື້ອໃນງານປະກວດຮອບຮອງຊະນະເລີດ, ຮອບຊິງຊະນະເລີດ ແນະນຳກ່ຽວກັບມົງກຸດທີ່ມີຊື່ວ່າ Brave Heart (ຫົວໃຈແຫ່ງຄວາມເກັ່ງກ້າ) ເຊິ່ງຈະປະດັບໃຫ້ນາງງາມຄົນໃໝ່.

        ງານປະກວດນາງງາມຫວຽດນາມ 2019 ມີຂອບຂະໜາດທົ່ວປະເທດ, ໄດ້ເລີ່ມເຄື່ອນໄຫວນັບແຕ່ເດືອນມັງກອນ 2019, ເຊິ່ງແມ່ນໜຶ່ງໃນບັນດາລາຍການພົ້ນເດັ່ນໃນປີທ່ອງທ່ຽວແຫ່ງຊາດ 2019 - ຍາຈາງ, ແຄ໊ງຮ່ວາ. ພາຍຫຼັງຮອບຄັດເລືອກ, ຄະນະຈັດຕັ້ງໄດ້ຄັດເລືອກເອົາຜູ້ເຂົ້າຮ່ວມປະກວດ 45 ຄົນ. ຮອບຮອງຊະນະເລີດຈະດຳເນີນໃນວັນທີ 03 ທັນວາ ແລະ ຮອບຊິງຊະນະເລີດຈະດຳເນີນໃນວັນທີ 07 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ