ນາຍົກລັດຖະມົນຕີ Nguyen Tan Dung ຈັດງານລ້ຽງຄະນະ ການທູດເນື່ອງໃນໂອກາດວັນຊາດ

ນາຍົກລັດຖະມົນຕີ Nguyen Tan Dung ຈັດງານລ້ຽງຄະນະ ການທູດເນື່ອງໃນໂອກາດວັນຊາດ - ảnh 1
ທ່ານນາຍົກລັດຖະມົນຕີ Nguyen Tan Dung ກ່າວຄຳເຫັນທີ່ງານລ້ຽງ
( ພາບ: VGP )

(vovworld) -     ​ເນື່ອງ​ໃນ​ໂອກາດ 67 ປີ​ແຫ່ງ​ວັນຊາດ ສສ ຫວຽ​ດນາມ (2/9/1945 – 2/9/2012), ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ແລະ ພັນ​ລະ​ຍາ ​ໄດ້​ຈັດ​ງານ​ລ້ຽງ​ຮອງ​ຮັບບັນດາ​ເອກ​ອັດ​ຄະ​ລັດຖະທູດ, ອຸ​ປະ​ທູດທູດ, ຜູ້​ຕາງໜ້າ​ບັນດາ​ອົງການ​ສາກົນ​ປະຈຳ​ຮ່າ​ໂນ້ຍ ​ໃນ​ຕອນ​ຄໍ່າ​ວັນ​ທີ 31/8. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຊີ້​ແຈ້ງວ່າ ປະຈຸ​ບັນ ລັດຖະບານ ​ແລະ ປະຊາຊົນ​ຫວຽ​ດນາມ ພວມ​ມານະ​ພະຍາຍາມ, ມີ​ຫົວຄິດ​ປະດິດ​ສ້າງ ​ເພື່ອ​ຜ່ານ​ຜ່າ​ບັນດາ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າທາຍ, ສືບ​ຕໍ່​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ໃນ​ນັ້ນ​ສິ່ງ​ທີ່ບຸລິມະສິດ​ແມ່ນ​ຮັບປະກັນ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິນ​ເຟ​ີ້, ຮັກສາ​ລະດັບ​ເຕີບການ​ໂຕ​ຢ່າງ​ເໝາະ​ສົມ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ຮັກສາ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ອະທິປະ​ໄຕ​ແຫ່ງ​ຊາດ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ກັບ ວົງ​ຄະນະ​ຍາດ​ສາກົນ​, ທ່ານ​ນາຍົກັດ​ຖະມົນຕີ​ໄດ້​ຢືນຢັນ​ວ່າ, ດ້ວຍ​ທິ​ດນຳ​ທີ່​ວ່າ “​ເປັນ​ເພື່​ອນ, ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ແມ່ນ​ສະມາຊິກ​ທີ່​ມີຄວາມ​ຮັບຜິດຊອບຂອງ​ວົງ​ຄະນະ​ຍາດ​ສາກົນ”, ຫວຽດນາມ ພວມ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ ​ແລະ ພາກ​ພື້ນ ຢ່າງຮອບດ້ານ, ມີ​ບັນດາ​ການ​ປະກອບສ່ວນ​ຢູ່​ທີ່​ເວທີ​ປາ​ໄສ​ສາກົນ​ຕ່າງໆ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ເນັ້ນ​ໜັກ​ວ່າ.

“ບົນ​ເສັ້ນ​ທາງ​ພັດທະນາ ​ແລະ ​ເຊື່ອມ​ໂຍງ​, ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ​​ເສີມ​ຂະຫຍາຍແຫຼ່ງກຳລັງ​ພາຍ​ໃນ​ປະ​ເທດ, ຫວຽ​ດນາມ ປາດ​ຖະໜາ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ, ຊ່ວຍ​ເຫຼືອ ​ແລະ ຮ່ວມ​ມື​ຫຼາຍ​ດ້ານ​ຈາກ​ເພື່ອ​ນມິດສາ​ກົນຫຼາຍ​ກວ່າ​ອີກ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ຮ່ວມ​ມື, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​, ຖື​ຜົນ​ປະ​ໂຫຍ​ດຂອງ​ກັນ​ເປັນ​ສຳຄັນ, ​ແມ່ນ​ພື້ນຖານ ​ແລະ ມີ​ປະສິດ​ທິຜົນ​ທີ່​ສຸດ ​ເພື່ອ​ໃຫ້​ພວກ​ເຮົາ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ເພື່ອ​​ເປົ້າໝາຍ​ສັນຕິພາບ ​ແລະ ພັດທະນາ. ​ໃນ​ຄວາມ​ມານະ​ພະຍາຍາມ​ນັ້ນ, ບົດບາດ​ແມ່ນ​ຂົວ​ເຊື່ອມ​ຕໍ່​ຢ່າງ​ຕັ້ງໜ້າ, ຂະຫຍັນ​ຂັນ​ເຄື່ອນ​ຂອງ​ເພື່ອນ​ສະຫຍາຍ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ປະ​ເທດ​ຫວຽດນາມ ກັບບັນດາປະ​ເທດເພື່ອ​ນມິດ ​ເພື່ອ​ໃຫ້​ບັນດາ​ປະ​ເທດພວກ​ເຮົາ​ພ້ອມ​ກັນ​ພັດທະນາ​ນັບ​ມື້​ນັບ​ດີ​ງາມ ​ໃນ​ໂລກ​ໜຶ່ງ​ທີ່​ສັນຕິພາບ, ມິດຕະພາບ ​ແລະ ຮ່ວມ​ມື”.

ຂ່າວ/ບົດ​ອື່ນ