ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບ ຫົວໜ້າຜູ້ຕາງໜ້າ EU ປະຈຳຫວຽດນາມ

ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບ ຫົວໜ້າຜູ້ຕາງໜ້າ EU ປະຈຳຫວຽດນາມ - ảnh 1
ທ່່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ແລະທ່ານ Franz Jessen  ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ EU ປະຈຳ​ຫວຽດນາມ
(ພາບ: TTXVN)


Vovworld- ຕອນ​ບ່າຍວັນ​ທີ 4/10, ທ່່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Franz Jessen ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້ຕາງໜ້າ​ສະຫະພາບ​ເອີ​ລົບ EU ປະຈຳ​ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ມາ​ຮັບ​ໜ້າ​ທີ່ຢູ່​ຫວຽດນາມ. ທ່່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ເນັ້ນ​ໜັ້ກວ່າ ການ​ພົວພັນ​ລະຫວ່າງ​ ຫວຽດນາມ - ​ສະຫະພາບ​ເອີ​ລົບ EU ພວມ​ຢູ່​ໃນ​ໄລຍະ​ພັດທະນາ​ຢ່າງດີງາມ​ໃນ​ຫຼາຍ​ຂົງ​ເຂດ , ວົງ​ເງິນ​ການ​ຄ້າ 2 ສົ້ນ ​ໄດ້​ເພີ່ມ​ຂຶ້ນ​ສູງ​ໃນ​ໄລຍະ​ທີ່​ຜ່ານ​ມາ. ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ການ​ພົວພັນ​ຮ່ວມມືລະຫວ່າງ ຫວຽດນາມ - ​ສະຫະພາບ​ເອີ​ລົບ EU ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດທີ່​ແທດ​ຈິງ​ໃຫ້​ແກ່​ການ​ພັດທະນາ​ລວມຂອງ​ທັງ 2 ຝ່າຍ . ທ່່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ສະ​ເໜີ​ວ່າ ​ໃນ​ອາຍຸ​ການ​ປະຕິບັດ​ງານ​ຢູ່​ຫວຽດນາມ, ທ່ານ ​ເອກ​ອັກຄະ​ລັດຖະທູດ Franz Jessen ຈະ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ອົງການ​ທີ່​ມີໜ້າ​ທີ່​ຮັບຜິດຊອບ​ຂອງ​ຫວຽດນາມ ​ແນ​ໃສ່​ຊຸກຍູ້​ການ​ພົວພັນຮ່ວມ​ລະຫວ່າງ ຫວຽດນາມ - ​ສະຫະພາບ​ເອີ​ລົບ EU, ທ່່ານນາຍົກ ລັດຖະມົນຕີຫວຽດນາມ Nguyen Tan Dung ຢືນຢັນ​ການ​ສະໜັບສະໜູນສະຫະພາບ​ເອີ​ລົບ EU ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອາ​ຊຽນ, ພ້ອມ​ທັງ​ຊຸກຍູ້​ການ​ເຈລະຈາ FTA ລະຫວ່າງ ຫວຽດນາມ - ​ສະຫະພາບ​ເອີ​ລົບ EU. ທ່່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຍັງ​ຫວັງ​ວ່າ ​ສະຫະພາບ​ເອີ​ລົບ EU ຈົ່ງ​ສະໜັບ ສະໜູນ​ຫຼັກການ 6 ຂໍ້​ຂອງ​ບັນດາ​ປະ​ເທດ​ອາ​ຊຽນກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ