ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບປະທານ IPCC

ນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບປະທານ IPCC - ảnh 1
ທ່ານນາຍົກລັດຖະມົນຕີ Nguyen Tan Dung  ແລະ ທ່ານ ປະທານ TPCC Rajendra K. Pachauri
(ພາບ: VGP/Nhật Bắc)

 (vovworld) - ຕອນ​ບ່າຍ​ວັນ​ທີ 17/8, ຢູ່​ສຳນັກງານ​ລັດຖະບານ​ທີ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Rajendra K. Pachauri, ປະທານ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ (ຫຼື IPCC) ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ຢູ່​ທີ່​ນີ້, ທ່າ​ນນາຍົກ​ລັດຖະມົນຕີ​ຖື​ວ່າ: ລັດຖະບານ​ຫວຽດນາມ​ໄດ້​ຍົກ​ອອກ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ, ຍຸດ​ທະ​ສາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ບັນດາ​​ແຜນການ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພ້ອມ​ກັບ​ບັນດ​າ​ເອກະສານ​ນິຕິ​ກຳ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ. ທ່ານ​ນາ​ຍົກ​ລັດຖະມົນຕີ ຢືນຢັນ​ວ່າ: ລັດຖະບານ​ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ, ຫວັງ​ວ່າຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ ສະໜັບ​ສະ​ໜູນ​ຫວຽດນາມ ​ເຂົ້າຮ່ວມ​ບັນດາ​ການ​ເຄື່ອນ​ໄຫ​ວຄົ້ນ​ຄ້ວາ​ຂອງ ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ.

ທ່ານ Rajendra K. Pachauri ຢັ້ງຢືນ​ວ່າ ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ ຍາມ​ໃດ​ກໍ​ຮ່ວມ​ມື​ຢ່າງ​ແໜ້ນ​​ແຟ້ນກັບ​ຫວຽດນາມ ​ໃນ​ວຽກ​ງານ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟາ ອາກາດ, ພ້ອມ​ທັງ​ສະ​ເໜີ​ໃຫ້​ຫວຽດນາມ ຄວນ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ຄື: ລົງທຶນ​ກໍ່ສ້າງລະບົບ​ເຕືອນ​ໄພ​ລ່ວງ​ໜ້າ, ນະ​ໂຍບາຍດັດສົມຂອງ​ລັດ, ພິ​ເສດ​​ແມ່ນ​ການ​ດັດສົມ​ນ້ຳ.

 

ຂ່າວ/ບົດ​ອື່ນ