ນາຍົກລັດຖະມົນຕີ Nguyen Tan Dung ເຮັດວຽກກັບສະຫະພັນບັນດາອົງການ ມິດຕະພາບຫວຽດນາມ

ນາຍົກລັດຖະມົນຕີ Nguyen Tan Dung ເຮັດວຽກກັບສະຫະພັນບັນດາອົງການ ມິດຕະພາບຫວຽດນາມ - ảnh 1
ທີ່ການເຮັດ​ວຽກ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ
( ພາບ: .chinhphu.vn )


( vovworld ) -   ຕອນ​ບ່າຍ​ວັນ​ທີ 4/6, ຢູ່​ຮ່າ​ໂນ້ຍ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ​​ໄດ້​ມີ​ການເຮັດ​ວຽກ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ຢັ້ງຢືນ​ແຜນ​ນະ​ໂຍບາຍ​ເປີ​ດ​ແນວ​ໂຮມການ​ຕ່າງປະ​ເທດ​ປະຊາຊົນ​ແມ່ນ​ແຜນ​ນະ​ໂຍບາຍ​ຖືກຕ້ອງທີ່​ສຸດ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ພັກ. ການ​ຕ່າງປະ​ເທດ​ປະຊາຊົນ​ປະກອບສ່ວນ​ໃຫຍ່​ຫຼວງ​ທີ່​ສຸດ​ເຂົ້າ​ໃນ​ຜົນງານ​ແຫ່ງ​ການ​ກໍ່ສ້າງ ​ແລະ ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ, ​ເຮັດ​ໃຫ້​ເພື່ອນ​ມິດສາ​ກົນ​ນັບ​ມື້​ນັບ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກວ່າ​ກ່ຽວ​ກັບປະ​ເທ​ດຊາດ ​ແລະ ຊາວ​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ​ເນັ້ນ​ໜັກ​ວ່າ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຄວນ​ມີ​ການ​ຕິດ​ພັນ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ ​ລະຫວ່າງ​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ປະຊາຊົນ ກັບການ​ຕ່າງປະ​ເທດ​ແຫ່ງ​ລັດ; ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ໃຫ້​ແກ່​ພາລະກິດ​ສ້າງສາ, ພັດທະນາ ​ແລະ​ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ