ນາຍົກລັດຖະມົນຕີ ຄົນໃໝ່ ການາດາ ສາບານຕົວຮັບດຳລົງຕຳແໜ່ງ
(VOVWORLD) - ໃນເວລາ 11 ໂມງ 25 ນາທີຂອງວັນທີ 14 ມີນາ ຕາມເວລາທ້ອງຖິ່ນ, ກົງກັບ 22 ໂມງ 25 ນາທີຕາມເວລາ ຫວຽດນາມ, ທ່ານ Mark Carney ໄດ້ສາບານຕົວຮັບດຳລົງຕຳແໜ່ງ ນາຍົກລັດຖະມົນຕີຜູ້ທີ 24 ຂອງ ການາດາ, ສືບທອດຕຳແໜ່ງຈາກທ່ານ Justin Trudeau ທີ່ໄດ້ລ່າອອກຈາກຕຳແໜ່ງກ່ອນໜ້ານັ້ນໃນວັນດຽວກັນ.
ທ່ານ Mark Carney ໄດ້ສາບານຕົວຮັບດຳລົງຕຳແໜ່ງ ນາຍົກລັດຖະມົນຕີຜູ້ທີ 24 ຂອງ ການາດາ (ພາບ: Reuters/TTXVN) |
ທ່ານ Carney ຫາກໍຍາດໄດ້ໄຊຊະໃນການເລືອກຕັ້ງການນຳພັກເສລີໃນທ້າຍອາທິດຜ່ານມາ. ເຖິງວ່າແມ່ນໜຶ່ງໃນບັນດາການນຳຄົນໃໝ່ໃນວົງການການເມືອງການາດາ, ແຕ່ທ່ານ Carney ເຄີຍຮັບດຳລົງຕຳແໜ່ງເປັນອະດີດຜູ້ວ່າການທະນາຄານອັງກິດ ແລະ ທະນາຄານການາດາ.
ເມື່ອກ່າວຄຳເຫັນພາຍຫຼັງພິທີສາບານຕົວຮັບດຳລົງຕຳແໜ່ງພ້ອມກັບຄະນະລັດຖະບານໃໝ່ລວມມີສະມາຊິກ 23 ຄົນ, ທ່ານ Carney ເນັ້ນໜັກວ່າ ການາດາ ພວມປະເຊີນໜ້າກັບຈຸດເວລາວິກິດການ ເມື່ອປະເທດພັນທະມິດອັນໃກ້ຊິດ ຄື ອາເມລິກາ ພັດປຸກລະດົມສົງຄາມການຄ້າ. ທ່ານຢັ້ງຢືນວ່າ ຈະບໍ່ປະນິປະນອມຕໍ່ກຳລັງດັນຈາກ ວໍຊິງຕັນ, ພ້ອມທັງຮັກສາລະດັບອັດຕາພາສີໂຕ້ຕອບຈົນເຖິງເວລາໃດ “ຊາວ ອາເມລິກາ ສະແດງຄວາມເຄົາລົບ ແລະ ຍົກອອກຄຳໝັິ້ນຍາທີ່ໜ້າໄວ້ເນື້ອເຊື່ອໃຈກ່ຽວກັບການຄ້າເສລີ ແລະ ຍຸດຕິທຳ”.