ນາຍົກລັດຖະມົນຕີ ຈະພົບປະ, ສົນທະນາກັບກຳມະກອນ, ແຮງງານ 63 ແຂວງ, ນະຄອນທັງແບບເຊິ່ງໜ້າ ແລະ ທາງໄກ

(VOVWORLD) - ລາຍການຈະມີຜູ້ອອກແຮງງານເຂົ້າຮ່ວມ 4.500 ຄົນຢູ່ສະຖານທີ່ຈັດຂຶ້ນກັບເຊິ່ງໜ້າຢູ່ແຂວງ ບັກຢາງ ແລະ ເຊື່ອມຕໍ່ກັບ 63 ແຂວງ, ນະຄອນໃນທົ່ວປະເທດ. ນີ້ແມ່ນເວທີປາໄສເພື່ອໃຫ້ສະມາຊິກກຳມະບານ
 
ນາຍົກລັດຖະມົນຕີ ຈະພົບປະ, ສົນທະນາກັບກຳມະກອນ, ແຮງງານ 63 ແຂວງ, ນະຄອນທັງແບບເຊິ່ງໜ້າ ແລະ ທາງໄກ - ảnh 1ການປະຊຸມຂ່າວຂອງຄະນະຈັດຕັ້ງ

ລາຍການນາຍົກລັດຖະມົນຕີພົບປະສັງສັນ, ສົນທະນາກັບກຳມະກອນ, ຜູ້ອອກແຮງງານດ້ວຍຫົວຂໍ້ວ່າ “ກຳມະກອນ ຫວຽດນາມ ດ້ວຍຄວາມຄາດຫວັງພັດທະນາປະເທດຊາດ” ຈະໄດ້ຈັດຂຶ້ນໃນວັນທີ 12 ມິຖຸນາ ຈະມາເຖິງຢູ່ແຂວງ ບັກຢາງ.

        ລາຍການຈະມີຜູ້ອອກແຮງງານເຂົ້າຮ່ວມ 4.500 ຄົນຢູ່ສະຖານທີ່ຈັດຂຶ້ນກັບເຊິ່ງໜ້າຢູ່ແຂວງ ບັກຢາງ ແລະ ເຊື່ອມຕໍ່ກັບ 63 ແຂວງ, ນະຄອນໃນທົ່ວປະເທດ. ນີ້ແມ່ນເວທີປາໄສເພື່ອໃຫ້ສະມາຊິກກຳມະບານ, ກຳມະກອນຜູ້ອອກແຮງງານໄດ້ພົບປະ, ສະແດງຄວາມມຸ່ງມາດປາດຖະໜາ, ຄວາມຫວັງ ແລະ ຂໍ້ສະເໜີແນະ, ສະເໜີບັນດາບັນຫາກ່ຽວຂ້ອງເຖິງວຽກເຮັດງານທຳ, ການດຳເນີນຊີວິດກັບຜູ້ນຳລັດຖະບານ.

        ຕາມທ່ານ ເງາະຢຸຍຫຽວ, ຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ແລ້ວ, ມາຮອດປະຈຸບັນ, ສະຫະພັນໃຫຍ່ ແລະ ກຳມະບານທຸກຂັ້ນໄດ້ຮັບຫຼາຍຄຳຖາມ, ຂໍ້ສະເໜີແນະ ແລະ ບັນດາຂໍ້ສະເໜີຂອງກຳມະກອນ, ຜູ້ອອກແຮງງານທີ່ໄດ້ສຸມໃສ່ບັນດາບັນຫາຄື: ເງິນເດືອນ, ການປັບປຸງນະໂຍບາຍປະກັນໄພ ຫຼື ຂໍ້ສະເໜີຊຸກຍູ້ແກ້ໄຂນະໂຍບາຍໃຫ້ຊາວຜູ້ອອກແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ