ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີກະຊວງພາຍໃນ ລັດເຊຍ

(VOVWORLD) - ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສະຫະພັນລັດເຊຍ, ຖື ລັດເຊຍ ເປັນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດແຖວໜ້າຂອງຕົນ
ນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບລັດຖະມົນຕີກະຊວງພາຍໃນ ລັດເຊຍ - ảnh 1ທ່ານພົນເອກ Kolokoltsev Vladimir Alexandrovich ແລະທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ

ຕອນບ່າຍວັນທີ 31 ຕຸລາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ Kolokoltsev Vladimir Alexandrovich, ລັດຖະມົນຕີກະຊວງພາຍໃນ ລັດເຊຍ ແລະ ຄະນະຜູ້ແທນກະຊວງພາຍໃນ ສະຫະພັນ ລັດເຊຍ ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບ ສະຫະພັນລັດເຊຍ, ຖື ລັດເຊຍ ເປັນໜຶ່ງໃນບັນດາຄູ່ຮ່ວມມືບຸລິມະສິດແຖວໜ້າຂອງຕົນ; ປາດຖະໜາຢາກສືບຕໍ່ຮ່ວມມືແທດຈິງ ແລະ ມີປະສິດທິຜົນກັບລັດເຊຍ ໃນທຸກຂົງເຂດ, ເພື່ອຜົນປະໂຫຍດລວມຂອງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.
    ທ່ານນາຍົກລັດຖຸະມົນຕີ ສະເເໜີລັດເຊຍສົມທົບກັບ ຫວຽດນາມ ຊຸກຍູ້ບັນດາການເຄື່ອນໄຫວດ້ານການຄ້າ, ການລົງທຶນ, ເພີ່ມທະວີການຮ່ວມມືດ້ານພະລັງງານ, ການສຶກສາ, ບຳລຸງສ້າງ, ວິທະຍາສາດ ເຕັກໂນໂລຊີ, ຄວາມໝັ້ນຄົງທາງອິນເຕີເນັດ, ຫັນເປັນດີຈີຕອນ, ປະຕິບັດການອອກວີຊາ ເອເລັກໂຕນິກ ໃຫ້ແກ່ພົນລະເມືອງ ຫວຽດນາມ; ແກ້ໄຂບັນດາບັນຫານິຕິກຳ, ສ້າງເງື່ອນໄຂສະດວກໃຫ້ແກ່ພົນລະເມືອງ ຫວຽດນາມ ດຳລົງຊີວິດ, ທຳມາຫາກິນ, ຮ່ຳຮຽນຢູ່ລັດເຊຍ
   ສ່ວນທ່ານ ລັດຖະມົນຕີກະຊວງພາຍໃນລັດເຊຍ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ແມ່ນປະເທດຮັບບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງສະຫະພັນລັດເຊຍ; ປາດຖະໜາຢາກສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລັດເຊຍ - ຫວຽດນາມ ເລິກເຊິ່ງ, ແທດຈິງ, ມີປະສິດທິຜົນ, ພິເສດແມ່ນໃນຂົງເຂດການເມືອງ, ເສດຖະກິດ, ການຄ້າ, ການພົວພັນແລກປ່ຽນປະຊາຊົນ, ການທ່ອງທ່ຽວ, ແລກປ່ຽນບົດຮຽນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ