ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່

(VOVWORLD) - ນາຍົກລັດຖະມົນຕີ ຢັ້ງຢືນວ່າອາຍຸການ 5 ປີຜ່ານມາ ແລະ ປີ 2025, ດ້ວຍທິດນຳ “ເປັນເຈົ້າການ, ມີໄຫວພິບ, ມີຫົວຄິດປະດິດສ້າງ, ຂ້ຽວຂາດ, ມີປະສິດທິຜົນ” ດ້ວຍຈິດໃຈ “ມີແຕ່ປຶກສາເຮັດ, ບໍ່ປຶກສາຖອຍ”.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສ້າງ​ພື້ນ​ຖານ​ບຸກ​ທະ​ລຸ ກ້າວ​ເຂົ້າ​ສູ່​ສັງ​ກາດ​ໃໝ່ - ảnh 1ນາຍົກລັດຖະມົນຕີ ຢັ້ງຢືນວ່າອາຍຸການ 5 ປີຜ່ານມາ ແລະ ປີ 2025, ດ້ວຍທິດນຳ “ເປັນເຈົ້າການ, ມີໄຫວພິບ, ມີຫົວຄິດປະດິດສ້າງ, ຂ້ຽວຂາດ, ມີປະສິດທິຜົນ” ດ້ວຍຈິດໃຈ “ມີແຕ່ປຶກສາເຮັດ, ບໍ່ປຶກສາຖອຍ” (ພາບ: VOV)

ເນື່ອງໃນໂອກາດປີໃໝ່ 2026, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ກ່ຽວກັບໝາກຜົນຂອງການພັດທະນາເສດຖະກິດ ສັງຄົມ ປີ 2025, ອາຍຸການລັດຖະບານ 2021 – 2025 ແລະ ໜ້າທີ່ ປີ 2026.

ນາຍົກລັດຖະມົນຕີ ຢັ້ງຢືນວ່າອາຍຸການ 5 ປີຜ່ານມາ ແລະ ປີ 2025, ດ້ວຍທິດນຳ “ເປັນເຈົ້າການ, ມີໄຫວພິບ, ມີຫົວຄິດປະດິດສ້າງ, ຂ້ຽວຂາດ, ມີປະສິດທິຜົນ” ດ້ວຍຈິດໃຈ “ມີແຕ່ປຶກສາເຮັດ, ບໍ່ປຶກສາຖອຍ”, ລັດຖະບານໄດ້ມານະພະຍາຍາມບໍລິຫານ, ນຳພາປະເທດຊາດ ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸໄດ້ຜົນສຳເລັດສຳຄັນໃນການພັດທະນາເສດຖະກິດ ສັງຄົມ, ເພີ່ມທະວີກຳລັງບົ່ມຊ້ອນ, ຖານະບົດບາດປະເທດຊາດ.

ເພື່ອປະຕິບັດເປົ້າໝາຍການເຕີບໂຕບັນລຸສອງຕົວເລກ, ນຳປະເທດຊາດສືບຕໍ່ພັດທະນາໂດຍໄວ ແລະ ຍືນຍົງໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານຈະສຸມໃສ່ເຂົ້າບັນດາໝວດໜ້າທີ່ມາດຕະການແກ້ໄຂ, ວິທີການຈຸດສຸມຄື ສ້າງລະບອບລະບຽບການ, ກົດໝາຍ, ກົງຈັກການຈັດຕັ້ງໃຫ້ສຳເລັດສົມບູນ, ຍົກສູງຄຸນນະພາບ, ການເຄື່ອນໄຫວຂອງອົງການປົກຄອງທ້ອງຖິ່ນສອງຂັ້ນ…

ຕອບກັບ

ຂ່າວ/ບົດ​ອື່ນ