(VOVWORLD) - ດ້ວຍຈິດໃຈຕ້ອງພັດທະນາອາຊີບຫາປາ, ຂະແໜງສິນໃນນ້ຳແບບຍືນຍົງ, ຍາວນານ, ຫຼຸດຜ່ອນການຈັບຫາປາຢູ່ໄກຝັ່ງທີ່ສ່ຽງໄພ ແລະ ເພີ່ມທະວີການປູກລ້ຽງ, ລົງເລິກການປຸງແຕ່ງສິນໃນນ້ຳ, ສິນທະເລ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ເປົ້າໝາຍສູງສຸດຕ້ອງແມ່ນການຮັບປະກັນຄຳຮຽກຮ້ອງຄວບຄູ່ ນັ້ນແມ່ນ: “ຍົກເລີກບັດເຫຼືອງ EC ແລະ ພັດທະນາຂະແໜງສິນໃນນ້ຳ ຫວຽດນາມ ແບບຍືນຍົງ”.
ບັນຍາກາດຂອງກອງປະຊຸມ (ພາບ: TTXVN) |
ຕອນບ່າຍວັນທີ 3 ມີນາ, ຢູ່ສຳນັກງານລັດຖະບານ, ເມື່ອກ່າວຄຳເຫັນໃນກອງປະຊຸມຄັ້ງທີ 32 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ຄາດວ່າ ຄະນະກວດກາຂອງຄະນະກຳມະການເອີຣົບ (EC) ຈະມາເຮັດວຽກຢູ່ ຫວຽດນາມ ໃນເດືອນ ມີນາ ນີ້, ດັ່ງນັ້ນ, ສະເໜີໃຫ້ກະຊວງກະສິກຳ, ສິ່ງແວດລ້ອມ ຫວຽດນາມ ສ້າງສຳເລັດບົດລາຍງານສັງລວມຮັບໃຊ້ໃຫ້ແກ່ການເຮັດວຽກກັບ EC; ຈັດແບ່ງໜ້າທີ່ຄວາມຮັບຜິດຊອບຢ່າງຈະແຈ້ງ, ຈັດການຝຶກອົບຮົມ, ບັນດາເນື້ອໃນລາຍງານອະພິປາຍຕ້ອງມີຄວາມເປັນເອກະພາບ, ດ້ວຍຈິດໃຈເພື່ອກຽດຕິຄຸນຂອງປະເທດຊາດ, ເພື່ອການພັດທະນາແບບຍືນຍົງຂອງປະເທດຊາດ. ທ່ານກໍສະເໜີໃຫ້ບັນດາກະຊວງທີ່ກ່ຽວຂ້ອງຕ້ອງສຸມໃສ່ປະຕິບັດບັນດາໜ້າທີ່ຢ່າງເປັນປະຈຳກ່ຽວກັບວຽກງານຕ້ານການຂຸດຄົ້ນ IUU, ພັດທະນາຂະແໜງສິນໃນນ້ຳ ຫວຽດນາມ ແບບຍືນຍົງ. ບັນດາທ້ອງຖິ່ນ ກະກຽມບົດລາຍງານກ່ຽວກັບວຽກງານຫັນປ່ຽນອາຊີບໃຫ້ແກ່ປະຊາຊົນ; ຕີລາຄາຈຳນວນເຮືອຫາປາ, ຈຳນວນແຮງງານທີ່ຕ້ອງຫັນປ່ຽນອາຊີບ; ນະໂຍບາຍໜູນຊ່ວຍ, ແຫຼ່ງກຳລັງປະຕິບັດ; ສະເໜີໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມສ້າງແຜນຮ່າງລວມຮັບໃຊ້ໃຫ້ແກ່ວຽກງານຫັນປ່ຽນອາຊີບນີ້.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXNV) |
ດ້ວຍຈິດໃຈຕ້ອງພັດທະນາອາຊີບຫາປາ, ຂະແໜງສິນໃນນ້ຳແບບຍືນຍົງ, ຍາວນານ, ຫຼຸດຜ່ອນການຈັບຫາປາຢູ່ໄກຝັ່ງທີ່ສ່ຽງໄພ ແລະ ເພີ່ມທະວີການປູກລ້ຽງ, ລົງເລິກການປຸງແຕ່ງສິນໃນນ້ຳ, ສິນທະເລ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ເປົ້າໝາຍສູງສຸດຕ້ອງແມ່ນການຮັບປະກັນຄຳຮຽກຮ້ອງຄວບຄູ່ ນັ້ນແມ່ນ: “ຍົກເລີກບັດເຫຼືອງ EC ແລະ ພັດທະນາຂະແໜງສິນໃນນ້ຳ ຫວຽດນາມ ແບບຍືນຍົງ”.